ຜູ້ຕ້ອງສົງໄສຕິດພະຍາດ COVID-19 ສາມາດກວດສຸຂະພາບໂດຍບໍ່ເສຍຄ່າ

    ໄລ­ຍະ 2-3 ວັນ​ຜ່ານ​ມາ ສື່​ອອນ​ລາຍ​ໄດ້​ນຳ​ສະ­ເໜີ​ອອກ​ຜ່ານ​ເຟດ​ບຸກ ວ່າ​ດ້ວຍ​ກໍ­ລະ­ນີ​ທີ່​ມີ​ຄົນ​ໄປ​ຂໍ​ກວດ​ສຸ­ຂະ­ພາບ​ເພື່ອ​ຫາ​ເຊື້ອ​ພະ­ຍາດ COVID-19 ຢູ່​ໂຮງ­ໝໍ 103 ແລະ ໂຮງ­ໝໍ​ມິດ­ຕະ­ພາບ 150 ຕຽງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລ້ວ​ບໍ່​ໄດ້​ຮັບ​ການ​ບໍ­ລິ­ການ​ໃຫ້​ແບບ​ບໍ່​ໄດ້​ເສຍ​ຄ່າ ຕາມ​ທີ່​ອອກ​ຂ່າວ​ທາງ​ສື່​ອອນ​ລາຍ​ໄປ​ກ່ອນ​ໜ້າ​ນີ້ ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ ເປັນ​ພຽງ​ການ​ເຂົ້າ­ໃຈ​ຜິດ​ຂອງ​ຜູ້​ທີ່​ຈະ​ເຂົ້າ​ມາ​ກວດ​ເທົ່າ​ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ສັງ­ຄົມ​ຈົ່ງ​ສຶກ​ສາ​ຂໍ້​ມູນ​ກ່ຽວ​ກັບ​ການ​ເຂົ້າ​ໄປ​ກວດ​ຫາ​ເຊື້ອ​ພະ­ຍາດ COVID-19 ໃຫ້​ຢ່າງ​ລະ­ອຽດ​ຖີ່​ຖ້ວນ ກ່ອນ​ຈະ​ເດີນ­ທາງ​ເຂົ້າ​ໄປ​ກວດ​ຢູ່​ໂຮງ­ໝໍ 2 ແຫ່ງ​ດັ່ງ­ກ່າວ.

    ໃນ​ໂອ­ກາດ​ຖະ­ແຫຼງ​ຂ່າວ​ປະ­ຈຳ​ວັນ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ວັນ​ທີ 2 ມີ­ນາ 2020 ທ່ານ ຣັດ​ຕະ​ນະ​ໄຊ ເພັດ​ສຸ­ວັນ ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກໍ​ໄດ້​ຊີ້​ແຈງ​ກ່ຽວ​ກັບ​ບັນ­ຫາ​ດັ່ງ­ກ່າວ​ວ່າ: ເຫດ­ການ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້ ເປັນ​ພຽງ​ການ​ເຂົ້າ­ໃຈ​ຜິດ​ຂອງ​ບຸກ­ຄົນ​ທີ່​ເຂົ້າ­ໃຈ​ວ່າ ຖ້າ​ເຂົ້າ​ໄປ​ກວດ​ຫາ​ເຊື້ອ​ພະ­ຍາດ COVID-19 ຢູ່​ໂຮງ­ໝໍ​ແລ້ວ ຈະ​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ ໂດຍ​ທີ່​ບໍ່​ມີ​ການ​ສຶກ​ສາ​ຂໍ້​ມູນ​ຢ່າງ​ລະ­ອຽດ​ຖີ່​ຖ້ວນ ເຊິ່ງ​ຂັ້ນ​ຕອນ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ ຈະ​ກວດ​ໃຫ້​ສະ­ເພາະ​ບຸກ­ຄົນ​ທີ່​ເຂົ້າ​ກັບ​ນິ​ຍາມ​ສົງ­ໄສ​ເທົ່າ​ນັ້ນ ໂດຍ​ສະ­ເພາະ​ຜູ້​ທີ່​ເດີນ­ທາງ​ມາ​ຈາກ​ປະ­ເທດ ຫຼື ເຂດ​ທີ່​ມີ​ການ​ລະ­ບາດ ເຊິ່ງ​ບໍ່​ສາ­ມາດ​ກວດ​ໃຫ້​ໝົດ​ທຸກ​ຄົນ​ໄດ້ ເພາະ​ນ້ຳ​ຢາ​ທີ່​ໃຊ້​ໃນ​ການ​ກວດ​ມີ​ຈຳ­ນວນ​ຈຳ­ກັດ ຖ້າ​ກວດ​ໃຫ້​ໝົດ​ທຸກ​ຄົນ​ອາດ​ບໍ່​ພຽງ­ພໍ ແຕ່​ຖ້າ​ມີ​ການ​ພົບ​ການ​ລະ­ບາດ ຫຼື ເກີດ​ມີ​ກໍ­ລະ­ນີ​ກວດ​ພົບ​ເຫັນ​ຜູ້​ຕິດ­ເຊື້ອ​ພະ­ຍາດ ລັດ­ຖະ­ບານ​ກໍ​ຈະ​ຮັບ­ຜິດ­ຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ ໃນ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ ແລະ ການ​ປີ່ນ​ປົວ​ໃຫ້​ໂດຍ​ບໍ່​ເສຍ​ຄ່າ​ຈົນ​ກວ່າ​ຈະ​ຫາຍ​ດີ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ຄົນ​ຈົ່ງ​ເຂົ້າ­ໃຈ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ຂອງ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ ເພາະ​ທຸກ​ຂັ້ນ​ຕອນ​ແມ່ນ​ເຮັດ​ຕາມ​ຫຼັກ­ການ​ສາ­ກົນ ກໍ​ຄື​ຂອງ​ອົງ­ການ​ອະ­ນາ­ໄມ​ໂລ​ກວາງ​ອອກ​ຢ່າງ​ເຄັ່ງ​ຄັດ.

    ສຳ­ລັບ​ອີກ​ກໍ­ລະ­ນີ​ໜຶ່ງ​ທີ່​ສັງ­ຄົມ​ໃຫ້​ຄວາມ​ສົນ­ໃຈ​ເຊັ່ນ​ກັນ ແມ່ນ​ຂ່າວ​ລື​ທີ່​ວ່າ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ມີ​ກໍ­ລະ­ນີ​ຕ້ອງ​ສົງ­ໄສ​ຄົນ​ຕິດ­ເຊື້ອ​ພະ­ຍາດ COVID-19 ໂດຍ​ໄດ້​ມີ​ການ​ສົ່ງ​ຄົນ​ເຈັບ​ໄປ​ປີ່ນ​ປົວ​ຢູ່​ແຂວງ​ມຸກ­ດາ​ຫານ ປະ­ເທດ​ໄທ ກໍ​ບໍ່​ມີ​ມູນ​ຄວາມ​ຈິງ ເປັນ​ພຽງ​ການ​ເຝິກ­ຊ້ອມ​ຂອງ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ແຂວງ​ມຸກ­ດາ​ຫານ ເພື່ອ​ກຽມ​ຮັບ​ມື​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ປັດ­ຈຸ­ບັນ ສປປ ລາວ ຍັງ​ບໍ່​ພົບ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ນີ້ ມີ​ພຽງ​ກໍ­ລະ­ນີ​ສົງ­ໄສ 46 ກໍ­ລະ­ນີ ແລະ ໄດ້​ຜ່ານ​ການ​ກວດ­ກາ​ຈາກ​ອົງ­ການ​ອະ­ນາ­ໄມ​ໂລກ ທັງ 46 ຄົນ​ນີ້ ບໍ່​ທັນ​ພົບ​ກໍ­ລະ­ນີ​ຜູ້​ທີ່​ຕິດ­ເຊື້ອ​ພະ­ຍາດ COVID-19.

Leave a Reply

error: Content is protected !!