ຮອງເຈົ້າຄອງເຄື່ອນໄຫວເຮັດວຽກຢູ່ເມືອງສີໂຄດຕະບອງ

ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຮ່ວມ​ກັບ​ຄະ­ນະ​ປະ­ຈຳ​ພັກ​ເມືອງ ເຈົ້າ­ເມືອງ ຮອງ​ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ 22 ຕຸ­ລາ 2020 ທີ່​ສຳ­ນັກ­ງານ​ປົກ­ຄອງ​ເມືອງ​ດັ່ງ­ກ່າວ ຖືກ​ຕ້ອນ­ຮັບ​ຈາກ​ທ່ານ ວິ­ລະ​ສັກ ນາມ​ມຸນ­ຕີ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ພ້ອມ​ດ້ວຍ​ພະ­ນັກ­ງານ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຄັ້ງ​ນີ້ ເພື່ອ​ປຶກ­ສາ​ຫາ­ລື​ວຽກ​ງານ​ຂະ­ແໜງ­ການ​ເງິນ ວຽກ​ງານ​ປ້ອງ​ກັນ​ໄຂ້­ຍຸງ​ລາຍ ແລະ ວຽກ​ງານ​ສາ­ທາ­ລະ­ນະ​ສຸກ​ອື່ນໆ ພາຍ​ໃນ​ເມືອງ​ສີ​ໂຄດ​ຕະ­ບອງ.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!