ສັນຍາທີ່ເຮັດຂຶ້ນໂດຍຜູ້ບໍ່ມີສິດ

ການ​ເຮັດ​ສັນ­ຍາ​ໃດ​ກໍ​ຕາມ ຫາກ​ເຮັດ​ຂຶ້ນ ໂດຍ​ທີ່​ຕົນ​ເອງ​ບໍ່​ມີ​ສິດ​ທີ່​ຈະ​ເຮັດ​ສັນ­ຍາ​ນັ້ນ ແທນ​ບຸກ­ຄົນ​ອື່ນ ຍ່ອມ​ຈະ​ມີ​ຜົນ​ລົບ​ຕາມ​ມາ ທັງ​ຕໍ່​ຕົນ​ເອງ ແລະ ບຸກ­ຄົນ​ອື່ນ.

ບຸກ­ຄົນ​ໃດ ທີ່​ບໍ່​ໄດ້​ຮັບ​ສິດ​ໃຫ້​ເປັນ​ຜູ້­ຕາງ­ໜ້າ ຫາກ​ເຮັດ​ນິ­ຕິ​ກຳ​ທີ່​ພາ­ໃຫ້​ເກີດ​ສິດ ແລະ ພັນ­ທະ​ແກ່​ຜູ້​ຖືກ​ຕາງ­ໜ້າ ຜູ້­ກ່ຽວ​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ນິ­ຕິ​ກຳ ຫຼື ສັນ­ຍາ​ນັ້ນ ເວັ້ນ​ເສຍ​ແຕ່​ຜູ້​ຖືກ​ຕາງ­ໜ້າ​ຫາກ​ເຫັນ​ຮັບ​ເອົາ.

ໃນ​ກໍ­ລະ­ນີ​ຜູ້​ຖືກ​ຕາງ­ໜ້າ​ຫາກ​ຮູ້ ຫຼື ຄວນ​ຮູ້ ກ່ຽວ​ກັບ​ການ​ເຮັດ​ນິ­ຕິ​ກຳ​ໃດ​ໜຶ່ງ​ຂອງ​ຜູ້​ທີ່​ບໍ່​ມີ​ສິດ​ເປັນ​ຜູ້­ຕາງ­ໜ້າ ແຕ່​ບໍ່​ທັກ​ທ້ວງ ຫຼື ຄັດ­ຄ້ານ ຫຼື ໃຫ້­ການ​ສະ­ໜັບ­ສະ­ໜູນ ກໍ​ຖື​ວ່າ​ນິ­ຕິ​ກຳ ຫຼື ສັນ­ຍາ​ນັ້ນ ໄດ້​ຖືກ​ຮັບ​ຮູ້​ໂດຍ​ຜູ້​ຖືກ​ຕາງ­ໜ້າ ຖ້າ​ມີ​ຄວາມ​ເສຍ​ຫາຍ​ເກີດ​ຂຶ້ນ ຜູ້­ຕາງ­ໜ້າ​ກໍ​ຕ້ອງ​ຮັບ­ຜິດ­ຊອບ.

ຖ້າ​ບຸກ­ຄົນ​ທີ​ສາມ ຫາກ​ຮູ້​ວ່າ​ຕົນ​ໄດ້​ເຮັດ ນິ­ຕິ​ກຳ­ກັບ​ຜູ້​ບໍ່​ມີ​ສິດ ເປັນ​ຜູ້­ຕາງ­ໜ້າ​ແລ້ວ ໃຫ້ ແຈ້ງ​ເປັນ​ລາຍ​ລັກ​ອັກ­ສອນ ແກ່​ຜູ້​ຖືກ​ຕາງ­ໜ້າ ເພື່ອ​ໃຫ້​ຕອບ​ຕາມ​ເວ­ລາ​ທີ່​ຕົນ​ໄດ້​ກຳ­ນົດ​ໄວ້     ຖ້າ​ໝົດ​ກຳ­ນົດ​ເວ­ລາ​ດັ່ງ­ກ່າວ​ແລ້ວ ຫາກ ບໍ່​ມີ​ຄຳ​ຕອບ ຖື​ວ່າ​ນິ­ຕິ​ກຳ​ນັ້ນ​ບໍ່​ຖືກ​ຮັບ­ຮອງ ໂດຍ​ຜູ້​ຖືກ​ຕາງ­ໜ້າ ໃນ​ກໍ­ລະ­ນີ ບຸກ­ຄົນ​ທີ​ສາມ ສາ­ມາດ​ຍົກ­ເລີກ​ນິ­ຕິ​ກຳ​ນັ້ນ​ໄດ້​ຝ່າຍ​ດຽວ ແລະ ຖ້າ​ມີ​ຄວາມ​ເສຍ​ຫາຍ​ເກີດ​ຂຶ້ນ ກໍ​ມີ​ສິດ ຮ້ອງ​ຂໍ​ໃຫ້​ໃຊ້​ແທນ ເວັ້ນ​ເສຍ​ແຕ່​ຜູ້­ກ່ຽວ​ຫາກ ຮູ້ ຫຼື ຄວນ​ຮູ້​ໃນ​ເວ­ລາ​ເຮັດ​ນິ­ຕິ​ກຳ​ນັ້ນ.

ສຳ­ລັບ​ຜູ້­ຕາງ­ໜ້າ ທີ່​ເຮັດ​ນິ­ຕິ​ກຳ​ເກີນ​ຂອບ ເຂດ​ສິດ​ຂອງ​ຕົນ ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ນິ­ຕິ​ກຳ​ນັ້ນ ເວັ້ນ​ເສຍ​ແຕ່​ຜູ້​ຖືກ​ຕາງ­ໜ້າ​ຫາກ​ເຫັນ​ດີ ຮັບ​ເອົາ.

ໃນ​ກໍ­ລະ­ນີ ບຸກ­ຄົນ​ທີ​ສາມ ຫາກ​ເຊື່ອ​ຢ່າງ​ມີ ເຫດ­ຜົນ​ວ່າ ນິ­ຕິ​ກຳ ຫຼື ສັນ­ຍາ ຊຶ່ງ​ຜູ້​ຕາງ ໜ້າ​ເຮັດ​ກັບ​ຕົນ​ນັ້ນ ຢູ່​ໃນ​ຂອບ​ເຂດ​ສິດ​ຂອງ​ການ​ຕາງ­ໜ້າ ຖື​ວ່າ ນິ­ຕິ​ກຳ ຫຼື ສັນ­ຍາ​ທີ່ ເຮັດ​ຂຶ້ນ​ນັ້ນ ເປັນ​ການ​ຖືກ­ຕ້ອງ ຖ້າ​ບຸກ­ຄົນ ທີ​ສາມ ຫາກ​ຮູ້​ວ່າ​ຕົນ​ໄດ້​ເຮັດ​ນິ­ຕິ​ກຳ ຫຼື ສັນ­ຍາ​ກັບ​ຜູ້­ຕາງ­ໜ້າ​ທີ່​ເຮັດ​ເກີນ​ຂອບ​ເຂດ​ສິດ ສາ­ມາດ​ແຈ້ງ​ເປັນ​ລາຍ​ລັກ​ອັກ­ສອນ​ໃຫ້​ຜູ້​ຖືກ​ຕາງ­ໜ້າ ເພື່ອ​ໃຫ້​ຄຳ​ຕອບ​ຕາມ​ເວ­ລາ​ທີ່​ໄດ້​ກຳ­ນົດ​ໄວ້ ຖ້າ​ໝົດ​ກຳ­ນົດ​ເວ­ລາ​ດັ່ງ­ກ່າວ​ແລ້ວ ຫາກ​ບໍ່​ມີ​ຄຳ​ຕອບ ກໍ​ຖື​ວ່າ​ນິ­ຕິ​ກຳ ຫຼື ສັນ­ຍາ​ນັ້ນ​ບໍ່​ຖືກ​ຮັບ ໃນ​ກໍ­ລະ­ນີ​ນີ້ ບຸກ­ຄົນ​ທີ​ສາມ ສາ­ມາດ​ຍົກ­ເລີກ​ນິ­ຕິ​ກຳ ຫຼື ສັນ­ຍາ​ນັ້ນ​ໄດ້ ຝ່າຍ​ດຽວ ແລະ ຖ້າ​ມີ​ຄວາມ​ເສຍ​ຫາຍ​ເກີດ​ຂຶ້ນ ກໍ​ມີ​ສິດ​ຮ້ອງ​ຂໍ​ໃຫ້​ໃຊ້​ແທນ​ເວັ້ນ​ເສຍ​ແຕ່​ຜູ້­ກ່ຽວ​ຫາກ​ຮູ້ ຫຼື ຄວນ​ຮູ້​ກ່ຽວ​ກັບ​ບັນ­ຫາ​ດັ່ງ­ກ່າວ.

ໃນ​ກໍ­ລະ­ນີ ຜູ້­ຕາງ­ໜ້າ ແລະ ບຸກ­ຄົນ​ທີ​ສາມ​ຫາກ​ເຮັດ​ນິ­ຕິ​ກຳ ຫຼື ສັນ­ຍາ​ເກີນ​ຂອບ​ເຂດ​ໂດຍ​ເຈດ​ຕະ​ນາ ຊຶ່ງ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ຖືກ​ຕາງ­ໜ້າ​ພວກ​ກ່ຽວ ຕ້ອງ​ຮ່ວມ​ກັນ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ດັ່ງ­ກ່າວ.

ໂດຍ: ໄມ້​ງັດ

error: Content is protected !!