ຊອກຮູ້ກອງປະຊຸມແຝດສີ່

ໃນ​ວັນ​ທີ 6 ຕຸ­ລາ​ຜ່ານ​ມາ​ນີ້ ໄດ້​ມີ​ເຫດ­ການ​ສາ­ກົນ​ສຳ­ຄັນ​ທີ່​ຕິດ​ພັນ​ກັບ​ກຸ່ມ​ອາ​ຊຽນ ພວກ​ເຮົາ​ໃນ​ນາມ​ປະ­ເທດ​ເປັນ​ສະ­ມາ­ຊິກ ​ຈຶ່ງ​ຢາກ​ນຳ​ບາງ​ຂໍ້​ມູນ​ມາ​ໃຫ້​ເພື່ອນ​ຜູ້​ອ່ານ​ໄດ້​ຮັບ​ຮູ້​ນໍ ? ນັ້ນ​ແມ່ນ​ບັນ­ຫາ​ຍຸດ​ທະ​ສາດ​ອິນ​ເດຍ-ປາ​ຊີ​ຟິກ.

ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ຕ່າງ­ປະ­ເທດ ໃຫ້​ຮູ້​ວ່າ: ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ ກຸ່ມ 4 ປະ­ເທດ QUAD ທີ່​ຈັດ​ຂຶ້ນ​ຢູ່​ໂຕ​ກຽວ ປະ­ເທດ​ຍີ່­ປຸ່ນ​ນັ້ນ ໄດ້​ຖືກ​ຖື​ວ່າ​ເປັນ­ຄວາມ​ພະ­ຍາ­ຍາມ​ໃນ​ການ​ຢັ້ງ­ຢືນ​ບົດ­ບາດ​ໃນ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ບົນ​ພື້ນ­ຖານ​ກົດ­ໝາຍ​ສາ­ກົນ ສື່​ມວນ​ຊົນ​ຕາ­ເວັນ­ຕົກ​ເອີ້ນ​ກອງ​ປະ­ຊຸມ​ນີ້​ວ່າ: “ກອງ​ປະ­ຊຸມ​ແຝດ​ສີ່” ປະ­ກອບ​ມີ: ປະ­ເທດ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ອິນ​ເດຍ ອົດ​ສະ​ຕຣາ​ລີ ແລະ ຍີ່­ປຸ່ນ.

ວິ­ທະ­ຍຸ​ກະ­ຈາຍ­ສຽງ​ຫວຽດ­ນາມ (VOV WORLD) ມີ​ບົດ​ລົງ​ວັນ​ທີ 9 ຕຸ­ລາ 2020 ໃນ​ຫົວ­ຂໍ້: “ເພື່ອ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ​ບົນ​ພື້ນ­ຖານ​ກົດ­ໝາຍ ມີ​ບາງ​ຈຸດ​ຂຽນ​ວ່າ:

“ເຄົາ­ລົບ​ກົດ­ໝາຍ: ທັດ­ສະ­ນະ​ຈະ­ແຈ້ງ ແລະ ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ​ຂອງ​ກຸ່ມ 4 ປະ­ເທດ QUAD (ແຝດ​ສີ່) ໃນ​ກອງ​ປະ­ຊຸມ​ໂດຍ​ກົງ​ຢູ່​ໂຕ​ກຽວ ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ 4 ປະ­ເທດ​ໄດ້​ເຫັນ​ດີ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ ເພື່ອ​ປະ­ຕິ­ບັດ​ວິ­ໄສ​ທັດ​ສ້າງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ໃຫ້​ມີ​ຄວາມ​ເສລີ ແລະ ເປີດ​ກວ້າງ ພ້ອມ​ທັງ​ເພີ່ມ​ທະ­ວີ​ການ​ຮ່ວມ​ສຳ­ພັນ​ກັບ​ຫຼາຍ​ປະ­ເທດ​ອື່ນໆ ພິ­ເສດ ດ້ວຍ​ຖາ­ນະ​ເປັນ​ປະ­ເທດ​ເຈົ້າ­ພາບ ຍີ່­ປຸ່ນ​ໄດ້​ຊີ້​ແຈງ​ວ່າ: ໃນ​ສະ­ພາບ​ການ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ​ໃນ​ຊຸມ​ປີ​ມໍ່ໆມານີ້ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ຫຼາຍ​ຂົງ­ເຂດ ແລະ ພະ­ຍາດ​ລະ­ບາດ ໂຄ​ວິດ-19 ຍິ່ງ​ເຮັດ​ໃຫ້​ສະ­ພາບ​ການ​ດັ່ງ­ກ່າວ​ຮ້າຍ​ແຮງ​ຂຶ້ນ​ຕື່ມ 4 ປະ­ເທດ​ມີ​ຈຸດ­ປະ­ສົງ​ລວມ​ແມ່ນ​ເພີ່ມ​ທະ­ວີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ໂລກ ແລະ ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ແມ່ນ​ວິ­ໄສ​ທັດ​ລວມ​ບົດ­ບາດ​ສຳ­ຄັນ​ໃນ​ການ​ປະ­ຕິ­ບັດ​ເປົ້າ​ໝາຍ​ດັ່ງ­ກ່າວ ກ່ອນ​ໜ້າ​ນັ້ນ ໃນ​ກອງ​ປະ­ຊຸມ​ຖະ­ແຫຼງ​ຂ່າວ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກັນ­ຍາ ທ່ານ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ Motegi ກໍ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນ­ດາ​ເນື້ອ​ໃນ​ສຳ­ຄັນ​ຂອງ​ກອງ​ປະ­ຊຸມ​ກຸ່ມ 4 ປະ­ເທດ QUAD ຢູ່​ໂຕ​ກຽວ ແມ່ນ​ເພີ່ມ​ທະ­ວີ​ການ​ຮ່ວມ​ສຳ­ພັນ ເພື່ອ​ປະ­ຕິ­ບັດ​ວິ­ໄສ​ທັດ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ເສລີ ແລະ ເປີດ​ກວ້າງ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໃນ​ສະ­ພາບ ສະ­ຖາ­ນະ​ການ​ຢູ່​ທະ­ເລ​ຕາ­ເວັນ​ອອກ ແລະ ທະ­ເລ​ຮວາ​ຕຸງ ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ­ສົນ”.

ກ່ອນ​ວັນ​ດຳ­ເນີນ​ກອງ​ປະ­ຊຸມ​ຢູ່​ໂຕ​ກຽວ​ໜຶ່ງ​ວັນ ວັນ​ທີ 5 ຕຸ­ລາ ກະ­ຊວງ​ການ​ຕ່າງ­ປະ­ເທດ​ອາ​ເມ​ຣິ​ກາ ໄດ້​ອອກ​ແຈ້ງ​ການ ໂດຍ​ເນັ້ນ​ໜັກ​ເຖິງ​ວິ­ໄສ​ທັດ​ລວມ​ຂອງ​ອາ​ເມ​ຣິ​ກາ ແລະ ຍີ່­ປຸ່ນ ກ່ຽວ​ກັບ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ວໍ​ຊີງ​ຕັນ ຢັ້ງ­ຢືນ​ວ່າ ຈະ​ພ້ອມ​ກັບ ໂຕ​ກຽວ ປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ​ລວມ ດ້ວຍ​ວິ­ທີ​ສຳ­ຜັດ​ອີງ­ໃສ່​ກົດ­ໝາຍ ແລະ ເຄົາ­ລົບ​ກົດ­ໝາຍ​ສາ­ກົນ ໃນ​ວັນ​ດຽວ​ກັນ​ທ່ານ​ນາ­ຍົກ​ລັດ​ຖະ​ມັນ​ຕີ​ຍີ່­ປຸ່ນ Suga Yoshi hide ແລະ ທ່ານ​ປະ­ທາ­ນາ­ທິ­ບໍ­ດີ​ຝຣັ່ງ Em manuel Macron ໄດ້​ເຫັນ​ດີ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ເພື່ອ​ຫັນ​ວິ­ໄສ​ທັດ​ສ້າງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ລະ­ອຽດ​ແມ່ນ​ໃນ ການ​ໂອ້​ລົມ​ທາງ​ໂທລະ­ສັບ​ທີ່​ແກ່­ຍາວ​ເປັນ​ເວ ລາ 25 ນາ­ທີ ການ​ນຳ​ສອງ​ທ່ານ​ໄດ້​ຢັ້ງ­ຢືນ​ຈະ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ເພື່ອ​ຫັນ​ວິ­ໄສ​ທັດ​ສ້າງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໂດຍ​ອີງ­ໃສ່​ທັດ­ສະ­ນະ​ແບ່ງ­ປັນ​ບັນ­ດາ​ຄຸນ­ຄ່າ​ພື້ນ­ຖານ​ກ່ຽວ​ກັບ​ຄວາມ​ເສລີ ປະ­ຊາ­ທິ­ປະ­ໄຕ ແລະ ຄຸ້ມ​ຄອງ​ໂດຍ​ອີງ­ໃສ່​ກົດ­ໝາຍ.

ກ່ຽວ​ກັບ​ທັດ​ທະ­ນະ​ດັ່ງ­ກ່າວ ພາຍ­ຫຼັງ​ກອງ​ປະ­ຊຸມ​ອອນ​ລາຍ ບັນ­ດາ​ເຈົ້າ​ໜ້າ­ທີ່​ທາງ​ການ​ທູດ​ຂອງ​ກຸ່ມ 4 ປະ­ເທດ QUAD  ທີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກັນ­ຍາ ກະ­ຊວງ​ການ​ຕ່າງ​ປະ ເທດ​ອິນ​ເດຍ​ໄດ້​ອອກ​ຖະ­ແຫຼງ­ການ ໂດຍ​ຢັ້ງ­ຢືນ​ວ່າ ບັນ­ດາ​ເຈົ້າ​ໜ້າ­ທີ່​ກຸ່ມ 4 ປະ­ເທດ QUAD ໄດ້​ຢັ້ງ­ຢືນ​ຄືນ­ໃໝ່​ຄຳ​ໝັ້ນ​ສັນ­ຍາ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ໃຫ້​ມີ​ຄວາມ​ເສລີ ເປີດ​ກວ້າງ ວັດ­ທະ­ນາ​ຖາ­ວອນ ແລະ ກວມ​ລວມ ໂດຍ​ອີງ­ໃສ່​ບັນ ດາ​ຄຸນ­ຄ່າ ແລະ ຫຼັກ­ການ​ລວມ ກໍ​ຄື ເຄົາ­ລົບ​ກົດ­ໝາຍ​ສາ­ກົນ.

ຄວາມ​ສົນ­ໃຈ​ລວມ​ຂອງ​ປະ­ຊາ​ຄົມ​ສາ­ກົນ ແລະ ທີ່​ຕັ້ງ​ບົດ­ບາດ​ຂອງ​ອາ​ຊຽນ:

ສິ່ງ​ທີ່​ໜ້າ​ສົນ­ໃຈ​ນັ້ນ​ແມ່ນ ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ສື່​ມວນ​ຊົນ ພາຍ­ຫຼັງ​ກອງ​ປະ­ຊຸມ​ເມື່ອ​ວັນ​ທີ 6 ຕຸ­ລາ ທ່ານ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ​ຍີ່­ປຸ່ນ Toshimitsu Motegi ໄດ້​ຢັ້ງ­ຢືນ​ວ່າ ຂໍ້​ລິ​ເລີ່ມ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ເຊິ່ງ​ຍີ່­ປຸ່ນ​ເປັນ​ຜູ້​ລິ​ເລີ່ມ​ນັ້ນ ໄດ້​ແຜ່​ຂະ­ຫຍາຍ​ອອກ​ສູ່​ປະ­ຊາ​ຄົມ​ສາ­ກົນ​ຢູ່​ໃນ​ລະ­ດັບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຄຳ​ຖະ­ແຫຼງ​ດັ່ງ­ກ່າວ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ​ຍີ່­ປຸ່ນ ໄດ້​ຮັບ​ຄຳ​ແບ່ງ­ປັນ​ຈາກ​ນັກ​ໄຈ້​ແຍກ​ຫຼາຍ​ຄົນ ໃນ​ນັ້ນ ວົງ​ການ​ນັກ​ໄຈ້​ແຍກ​ມີ​ຄວາມ​ເອົາ­ໃຈ ໃສ່​ເປັນ​ພິ­ເສດ​ເຖິງ​ອາ​ຊຽນ ເຊິ່ງ​ເປັນ​ໂຄງ​ປະ ກອບ​ສຳ­ຄັນ​ຂອງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ.

ໃນ​ຕົວ​ຈິງ ເດືອນ​ມິ­ຖຸ­ນາ 2019 ອາ​ຊຽນ​ໄດ້​ຮັບ­ຮອງ​ເອົາ “ວິ­ໄສ​ທັດ​ມະ­ຫາ​ສະ­ໝຸດ​ອິນ​ເດຍ -ປາ​ຊີ​ຟິກ” ໃນ​ກອງ​ປະ­ຊຸມ ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 34 ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ­ກ້າວ​ຍຸດ​ທະ​ສາດ ເພື່ອ​ແນ­ໃສ່​ຮັກ­ສາ​ບົດ­ບາດ​ເປັນ­ໃຈ​ກາງ­ຂອງ​ອາ​ຊຽນ​ໃນ​ການ​ຮັບ­ປະ­ກັນ​ສັນ­ຕິ­ພາບ ຄວາມ​ໝັ້ນ­ຄົງ ແລະ ສະ­ຖຽນ​ລະ​ພາບ​ຢູ່​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ໃນ​ວິ­ໄສ​ທັດ​ລວມ​ກ່ຽວ​ກັບ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ ບົນ​ພື້ນ­ຖານ​ກົດ­ໝາຍ​ສາ­ກົນ ສິ່ງ​ດັ່ງ­ກ່າວ​ເປັນ​ການ​ອະ­ທິ­ບາຍ​ໃຫ້​ຄຳ​ຖາມ​ທີ່​ວ່າ ເປັນ​ຫຍັງ​ກຸ່ມ 4 ປະ­ເທດ QUAD ຍາມ​ໃດ​ກໍ​ເຊີດ​ຊູ​ບົດ­ບາດ​ຂອງ​ອາ​ຊຽນ​ໃນ​ວິ­ໄສ​ທັດ​ກ່ຽວ​ກັບ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ທີ່​ເສລີ ແລະ ເປີດ​ກວ້າງ​ຂອງ​ຕົນ ຕາມ​ຖະ­ແຫຼງ­ການ​ທີ່​ໄດ້​ຍົກ​ອອກ​ໃນ​ວັນ​ທີ 25 ກັນ­ຍາ ຂອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ອິນ​ເດຍ​ແລ້ວ ບັນ­ດາ​ເຈົ້າ​ໜ້າ­ທີ່​ທາງ​ການ​ທູດ​ຂອງ​ກຸ່ມ QUAD ໄດ້​ສະ­ແດງ​ຄວາມ​ພ້ອມ​ເພື່ອ​ເຮັດ​ວຽກ​ກັບ​ອາ​ຊຽນ ແລະ ບັນ­ດາ​ປະ­ເທດ​ອື່ນໆ ແນ­ໃສ່​ປະ­ຕິ­ບັດ​ວິ­ໄສ​ທັດ​ລວມ ແລະ ມີ​ແງ່​ຫວັງ​ໃຫ້​ແກ່​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ ພ້ອມ​ກັນ​ນັ້ນ ກຸ່ມ 4 ປະ­ເທດ QUAD ກໍ​ໄດ້​ຢ້ຳ​ຄືນ​ການ​ສະ­ໜັບ­ສະ­ໜູນ​ຢ່າງ​ໜັກ​ແໜ້ນ​ສຳ­ລັບ​ບັນ­ດາ​ກົນ​ໄກ ໂດຍ​ອາ​ຊຽນ​ເປັນ­ໃຈ​ກາງ ແລະ ອາ​ຊຽນ​ນຳ­ພາ ພິ­ເສດ​ແມ່ນ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ​ຕາ­ເວັນ​ອອກ ໃນ​ໂຄງ​ສ້າງ​ພາກ​ພື້ນ​ມະ­ຫາ​ສະ­ໝຸດ​ອິນ​ເດຍ-ປາ​ຊີ​ຟິກ”.

ສະ­ເໜີ​ເປັນ​ຂໍ້​ມູນ.

ໂດຍ: ແນວ​ລາວ

error: Content is protected !!