ສະຖານທູດຝຣັ່ງ ປະຈຳລາວ ມອບທຶນສະໜັບສະໜູນ 5 ອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ຊາວໜຸ່ມ ແລະ ບັນຫາບົດບາດຍິງ-ຊາຍ ໃນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ທ່ານ ນາງ ຟລໍຣອງ ຊັອງບລັອງ ຣີສແລກ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ ແລະ ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ ໄດ້ເຂົ້າຮ່ວມພິທີລົງນາມສັນຍາຊ່ວຍເຫຼືອ ໃນຂອບແຜນງານ ກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ: ກອງທຶນ PISCCA 5 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 165.500 ເອີໂຣ (1,7 ຕື້ກວ່າກີບ) ແລະ ຈະຖືກຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ສະຫວັນນະເຂດ ແລະ ແຂວງຫົວພັນ ນັບແຕ່ເດືອນພະຈິກ 2020 ຫາ ເດືອນຕຸລາ 2021.

ສຳລັບພາກສ່ວນທີ່ໄດ້ຮັບການສະໜັບສະໜູນທຶນຄັ້ງນີ້ ປະກອບມີ
1. ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ (Bambou and NTEP_Development Association).
2. ສູນແສງສະຫວ່າງ.
3. ບໍລິສັດ Stella.
4. ສະມາຄົມນ້ຳໃຈຊຸມຊົນ (Namjai Community Association (NCA) ຮ່ວມຈັດຕັ້ງປະຕິບັດໂຄງການກັບ ສະມາຄົມພູມໃຈທີ່ເປັນເຮົາ (Proud to Be Us Laos).
5. ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (Community Health and Inclusion Association (CHIAs) ແລະ ພາຍໃຕ້ການຮ່ວມມືກັບອົງການມະນຸດສະທຳເພື່ອຄົນສູ່ຄົນ (Humana People to People).

ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກ່າວໃນໂອກາດເປີດພິທີມອບທຶນຄັ້ງນີ້ວ່າ: ສຳລັບໄລຍະ 2020–2021 ມີ 5 ໂຄງການຖືກຄັດເລືອກໃຫ້ຮັບເງິນຊ່ວຍເຫຼືອພາຍໃຕ້ແຜນງານກອງທຶນ PISCCA ທຸກໂຄງການແມ່ນປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ ໂດຍສະເພາະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງ ຫຼືດ້ອຍໂອກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໝຸ່ມ ເຊິ່ງເປັນບູລິມະສິດຂອງ ສປປ ລາວ ແລະ ປະເທດຝຣັ່ງ.





# ພາບ & ຂ່າວ: ບຸນມີ