ເຄື່ອງສະແກນເນີແບບພົກພາ ບຣາເດີ ໄດ້ຮັບລາງວັນສຸດຍອດການອອກແບບລະດັບໂລກ

ເຄື່ອງ​ສະ​ແກນ​ເນີ​ແບບ​ພົກ​ພາ (Mobile Scanner) ບຣາ​ເດີ ຮຸ່ນ DS-740D ແລະ DS-640 ໄດ້​ຮັບ​ລາ­ງວັນ​ຈາກ​ເວ­ທີ​ແຂ່ງ­ຂັນ​ສຸດ​ຍອດ​ການ​ອອກ​ແບບ “Good Design Award 2020” ປະ­ເທດ​ຍີ່­ປຸ່ນ ໂດຍ​ບຣາ​ເດີ ໄດ້​ຮັບ​ລາ­ງວັນ Good Design Award ຄັ້ງ​ທຳ​ອິດ​ໃນ​ປີ 1960 ແລະ ແຕ່​ປີ 1993 ເປັນ­ຕົ້ນ​ມາ ບຣາ​ເດີ​ໄດ້​ຮັບ​ລາ­ງວັນ​ດັ່ງ­ກ່າວ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ 28 ປີ ລວມ​ລາ­ງວັນ​ທີ່​ໄດ້​ຮັບ 214 ລາ­ງວັນ.

ທ່ານ ນະ​ເອກ ສົງ​ສິ​ຣິ ຮັກ­ສາ​ການ​ຜູ້​ຈັດ­ການ​ທົ່ວ​ໄປ​ຝ່າຍ​ຂາຍ ແລະ ການ​ຕະ­ຫຼາດ​ບໍ­ລິ­ສັດ ບຣາ​ເດີ ຄອມ​ເມີ​ຊຽວ (ປະ­ເທດ​ໄທ) ຈຳ­ກັດ ກ່າວ​ໃນ​ວັນ​ທີ 21 ຕຸ­ລາ 2020 ວ່າ: Good Design Award ບໍ່​ພຽງ​ແຕ່​ສະ­ທ້ອນ​ເຖິງ​ຄວາມ​ໂດດ​ເດັ່ນ​ດ້ານ​ຮູບ​ລັກ­ສະ­ນະ ແລະ ຟັງ​ຊັ່ນ​ເທົ່າ​ນັ້ນ ສິ່ງ​ທີ່​ສຳ­ຄັນ​ແມ່ນ​ຄຸນ­ຄ່າ​ທີ່​ໄດ້​ມອບ​ສູ່​ຜູ້​ບໍ­ລິ­ໂພກ ແລະ ສັງ­ຄົມ ທັງ​ເປັນ​ການ­ສະ­ແດງ​ໃຫ້​ເຫັນ​ພະ­ລັງ​ການ​ຮ່ວມ​ມື​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວ ຂ້ອງ ທີ່​ໄດ້​ທຸ່ມ​ເທ​ຈົນ​ສາ­ມາດ​ໄດ້​ຮັບ​ລາ­ງວັນ​ດັ່ງ­ກ່າວ​ມາ​ຄອງ​ສຳ­ເລັດ.

ບຣາ​ເດີ ອອກ​ແບບ​ຜະ­ລິດ​ຕະ​ພັນ​ໂດຍ​ຄຳ­ນຶງ​ເຖິງ​ລູກ​ຄ້າ​ເປັນ​ສຳ­ຄັນ ສອດ­ຄ່ອງ​ກັບ​ຄວາມ​ຕັ້ງ­ໃຈ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ວ່າ “At your side” ໂດຍ​ບຣາ​ເດີ​ມຸ່ງ​ໝັ້ນ​ທີ່​ຈະ​ຮວບ​ຮວມ​ຄວາມ​ຄິດ​ເຫັນ ແລະ ຂໍ້​ສະ­ເໜີ​ແນະ​ຕ່າງໆ​ຈາກ​ຜູ້​ບໍ­ລິ­ໂພກ ແລະ ຜູ້​ທີ່​ກ່ຽວ­ຂ້ອງ​ກັບ​ການ​ດຳ­ເນີນ​ທຸ­ລະ​ກິດ​ມາ​ປະ­ມວນ​ຜົນ ເພື່ອ​ພັດ ທະ​ນາ​ການ​ອອກ​ແບບ​ຜະ­ລິດ​ຕະ​ພັນ​ໃຫ້​ສາ­ມາດ​ສົ່ງ​ມອບ​ຄຸນ­ຄ່າ​ສູງ​ສຸດ​ຢ່າງ​ບໍ່​ຢຸດ​ຢັ້ງ.

# ພາບ & ຂ່າວ: ສະ­ບາ​ໄພ

error: Content is protected !!