ຄະນະກຳມະການຄຸ້ມຄອງຊັບສິນທາງປັນຍາແຂວງເຊກອງ ເຊິ່ງນຳໂດຍທ່ານ ວຽງໄຊ ວໍລະສິງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ ໄດ້ລົງກວດກາສິນຄ້າປອມແປງເຄື່ອງໝາຍການຄ້າຢູ່ຕາມຮ້ານຂາຍຍ່ອຍ-ຂາຍຍົກ 24 ຮ້ານຢູ່ 2 ຕະຫຼາດ ໃນວັນທີ 21 ຕຸລາ 2020 ນີ້ ເຊິ່ງພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າແປ້ງນົວກາຈອງ 3 ຮ້ານ.

ທ່ານ ວຽງໄຊ ວໍລະສິງ ກ່າວວ່າ: ການລົງກວດກາຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງກົມຊັບສິນທາງປັນຍາ ສະບັບເລກທີ 0304 ລົງວັນທີ 28 ກຸມພາ 2020 ກໍຄືພາລະບົດບາດ ສິດ ແລະ ໜ້າທີ່ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງເຊກອງ ພ້ອມນີ້ ກໍເປັນການປົກປ້ອງຊັບສິນທາງປັນຍາຂອງເຈົ້າຂອງເຄື່ອງໝາຍການຄ້າ ແລະ ປົກປ້ອງຜົນປະໂຫຍດປະຊາຊົນຜູ້ຊົມໃຊ້ຜະລິດຕະພັນທີ່ມີຄຸນນະພາບໃນທົ່ວສັງຄົມ ພ້ອມກັນນັ້ນ ກໍເປັນການຕ້ານສະກັດກັ້ນການຜະລິດ ແລະ ການຈຳໜ່າຍສິນຄ້າປອມແປງ ສິນຄ້າຮຽນແບບເຄື່ອງໝາຍທາງການຄ້າ ແລະ ສິນຄ້າທີ່ຜິດກັບລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍຊັບສິນທາງປັນຍາ.

ທ່ານ ວຽງໄຊ ວໍລະສິງ ກ່າວຕື່ມວ່າ: ການລົງຄັ້ງນີ້ ແມ່ນໄດ້ລົງຢູ່ 2 ຕົວເມືອງ ລວມມີ 24 ຮ້ານ ພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າແປ້ງນົວກາຈອງ 3 ຮ້ານ ລວມມີ 30 ຖົງ ໃນນີ້ ຢູ່ຕະຫຼາດເມືອງລະມາມ ຫຼື ເທສະບານແຂວງ 2 ຮ້ານ ແລະ ເມືອງທ່າແຕງ 1 ຮ້ານ ພາຍຫຼັງທີ່ກວດພົບ ກໍໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານ ແລະ ໄດ້ຢຶດເອົາສິນຄ້າດັ່ງກ່າວມາຮັກສາໄວ້ທີ່ພະແນກວິທະຍາສາດ ແລະເຕັກໂນໂລຊີ ແຂວງເຊກອງ ເພື່ອລໍຖ້າການຄົ້ນຄວ້າພິຈາລະນາຕາມຂັ້ນຕອນລະບຽບການຕໍ່ໄປ.
# ພາບ & ຂ່າວ: ສີພອນ