ບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ຈັດຕາມປະເພນີພຽງ 3 ວັນ

ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ວຽງ​ຈັນ​ ປະ­ຈຳ​ປີ 2020 ຈະ​ໄດ້​ຈັດ​ເປັນ​ເວ­ລາ 3 ວັນ​ຄື: ວັນ​ທີ 29 ຕຸ­ລາ ກົງ​ກັບ​ມື້​ຂຶ້ນ 13 ຄ່ຳ ເດືອນ 12 ລາວ ພສ 2563 ເວ­ລາ 8:00 ໂມງ​ເປັນ­ຕົ້ນ​ໄປ ຈະ​ມີ​ການ​ຫ້າງ​ຫາ​ກະ­ກຽມ​ຕົບ­ແຕ່ງ ປະ­ດັບ​ປະ­ດາ​ສະ­ຖານ­ທີ່​ທາງ​ດ້ານ​ນອກ ແລະ ດ້ານ​ໃນ​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ເວ­ລາ 16:00 ໂມງ ຈະ​ມີ​ພິ­ທີ​ສູດ​ປະ­ລິ​ມຸງ­ຄຸນ ເປີດ​ປະ­ຕູ​ພະ­ທາດ ເວ­ລາ 20:00 ໂມງ ພິ­ທີ​ວຽນ­ທຽນ ແຫ່​ຜາ­ສາດ​ເຜິ້ງ ມວນ​ຊົນ​ຊາວ­ບ້ານ ແລະ ຄົບ­ງັນ​ຕາມ​ປະ­ເພ­ນີ ວັນ​ທີ 30 ຕຸ­ລາ ກົງ​ກັບ​ມື້​ຂຶ້ນ 14 ຄ່ຳ ເດືອນ 12 ລາວ ເວ­ລາ 13:00 ໂມງ ເຕົ້າ­ໂຮມ​ຜາ­ສາດ​ເຜິ້ງ​ຈາກ 4 ຕົວ​ເມືອງ ຢູ່​ວັດ​ໜອງ​ບອນ ເວ­ລາ 13:30-18:00 ໂມງ ເຄື່ອນ​ຂະ​ບວນ​ແຫ່​ຜາ­ສາດ​ເຜິ້ງ​ສູ່​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ໃນ​ນັ້ນ​ຈະ​ມີ​ຂະ​ບວນ​ແຫ່​ທັ່ງ​ບັ້ງ ດົນ­ຕີ​ພື້ນ­ເມືອງ ເມື່ອ​ຮອດ​ພະ​ທາດ­ຫຼວງ​ແລ້ວ​ແຫ່​ອ້ອມ​ພະ­ທາດ 3 ຮອບ ຖວາຍ​ຜາ­ສາດ​ເຜິ້ງ ຟັງ​ທຳ​ມະ​ເທ­ສະ​ນາ 1 ກັນ ແລະ ຄົບ­ງັນ​ຕາມ​ຮີດ­ຄອງ​ປະ­ເພ­ນີ ວັນ​ທີ 31 ຕຸ­ລາ ກົງ​ກັບ​ມື້​ຂຶ້ນ 15 ຄ່ຳ ເດືອນ 12 ລາວ ເວ­ລາ 7:00-8:30 ໂມງ ພິ­ທີ​ໄຫວ້​ພະ​ຮັບ​ສິນ ຟັງ​ທຳ​ມະ​ເທ­ສະ­ໜາ ຖວາຍ​ສັງ​ກະ​ທານ ຄາ­ລະ­ວະ​ໃຫ້​ພອນ​ຢາດ​ນ້ຳ ພິ­ທີ​ຕັກ­ບາດ ແລະ ບິນ­ທະ­ບາດ​ຂອງ​ພະ­ສົງ​ສາ­ມະ­ເນນ ເວ­ລາ 12:00 ໂມງ ເຕົ້າ­ໂຮມ​ນັກ­ກີ­ລາ​ຕີ­ຄີ​ຢູ່​ວັດ​ທາດ­ຫຼວງ​ໃຕ້ ເວ­ລາ 12:30 ໂມງ ພິ­ທີ​ອັງ​ເຊີນ​ລູກ​ຄີ​ຢູ່​ຫໍ​ເຈົ້າ​ໄຊ​ເສດ​ຖາ​ເຂົ້າ​ສູ່​ພະ​ທາດ­ຫຼວງ ຫຼັງ​ຈາກ​ສຳ­ເລັດ​ພິ­ທີ​ແລ້ວ ແຫ່​ຂະ​ບວນ​ລູກ​ຄີ​ສູ່​ສະ­ໜາມ​ຫຼວງ ແລະ ເປີດ​ການ​ແຂ່ງ­ຂັນ​ຕີ­ຄີ ເວ­ລາ 19:00 ໂມງ ພິ­ທີ​ວຽນ­ທຽນ​ຢູ່​ກົມ​ມະ​ລຽນ​ພະ​ທາດ­ຫຼວງ ແລະ ຈູດ​ບັ້ງ­ໄຟ​ບູ­ຊາ​ອົງ​ພະ­ທາດ (ມີ​ການ​ຈັດ​ສັນ​ຈຳ­ນວນ​ຜູ້​ເຂົ້າ​ຮ່ວມ​ໃຫ້​ມີ​ຄວາມ​ເໝາະ​ສົມ) ນອກ­ຈາກ​ປະ­ເພ­ນີ​ຢູ່​ພະ​ທາດ­ຫຼວງ​ແລ້ວ ຍັງ​ມີ​ປະ­ເພ­ນີ​ກ່ຽວ​ພັນ​ກັບ​ງານ​ບຸນ​ພະ​ທາດ­ຫຼວງ​ຢູ່​ສະ­ຖານ­ທີ່​ວັດ​ອື່ນໆ​ອີກ.

ສຳ­ລັບ​ກິດ­ຈະ­ກຳ​ການ​ຄົບ­ງັນ ເນື່ອງ​ຈາກ​ປີ​ນີ້​ຢູ່​ໃນ​ສະ­ພາບ​ການ​ເຝົ້າ​ລະ­ວັງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈະ​ບໍ່​ມີ​ການ​ຈັດ​ຕະ­ຫຼາດ­ນັດ​ວາງ­ສະ­ແດງ ແລະ ຈຳ­ໜ່າຍ​ສິນ­ຄ້າ ອະ­ນຸ­ຍາດ​ໃຫ້​ມີ​ແຕ່​ການ​ບໍ­ລິ­ການ​ຈຳ­ນວນ​ໜຶ່ງ​ທີ່​ມີ​ຄວາມ​ຈຳ­ເປັນ ແລະ ຕິດ​ພັນ​ກັບ​ກິດ­ຈະ­ກຳ​ທາງ​ດ້ານ​ປະ­ເພ­ນີ ເປັນ­ຕົ້ນ ການ​ບໍ­ລິ­ການ​ເຄື່ອງ​ທີ່​ລະ­ນຶກ ເຄື່ອງ​ບູ­ຊາ ດອກ​ໄມ້​ທູບ​ທຽນ ບໍ­ລິ­ການ​ຫ້ອງ​ນ້ຳ​ສະ­ອາດ ບໍ­ລິ­ການ​ຝາກ​ລົດ­ຈັກ-ລົດ​ໃຫຍ່ ແລະ ອາ­ຫານ​ການ​ກິນ​ຕາມ​ຈຸດ​ທີ່​ມີ​ການ​ບໍ­ລິ­ການ​ເປັນ​ປົກ­ກະ­ຕິ​ຢູ່​ແລ້ວ ສ່ວນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ຈະ​ໄດ້​ເອົາ­ໃຈ­ໃສ່​ຈັດ​ວາງ​ກຳ­ລັງ​ເພື່ອ​ເຮັດ​ໜ້າ­ທີ່​ກວດ­ກາ ປ້ອງ​ກັນ​ເວນ­ຍາມ​ຕະ­ຫຼອດ​ໄລ­ຍະ​ການ​ຈັດ​ງານ​ບຸນ​ໃຫ້​ມີ​ຄວາມ​ສະ­ຫງົບ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ພິ­ເສດ​ຈະ​ໄດ້​ປະ­ສານ​ງານ​ກັບ​ຄະ­ນະ​ສະ­ເພາະ​ກິດ ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ເພື່ອ​ຈະ​ມີ​ມາດ​ຕະ­ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ ໃນ​ນີ້ ມວນ​ຊົນ​ທີ່​ຈະ​ມາ​ກາບ​ໄຫວ້​ບູ­ຊາ​ພະ​ທາດ­ຫຼວງ ແມ່ນ​ໃຫ້​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ມີ​ເຈວ​ລ້າງ​ມື​ເປັນ​ຂອງ​ຕົນ​ເອງ ສຳ­ຄັນ​ອີກ​ຕ້ອງ​ຮ່ວມ​ມື​ກັນ​ຮັກ­ສາ​ໄລ­ຍະ​ຫ່າງ​ບໍ່​ໃຫ້​ແອ​ອັດ ຜູ້​ທີ່​ມີ​ອາ­ການ​ປວດ​ຄີງ​ໄຂ້ ແມ່ນ​ໃຫ້​ຮັກ­ສາ​ຕົນ​ເອງ​ຢູ່​ເຮືອນ ແລະ ອື່ນໆ.

ສຳ­ລັບ​ການ​ບໍ­ລິ­ການ​ຝາກ​ລົດ­ຈັກ ແມ່ນ​ລາ­ຄາ 15.000 ກີບ​ຕໍ່​ຄັນ ສາມ​ລໍ້​ຕຸກໆ 15.000 ກີບ ແລະ ລົດ​ໃຫຍ່​ລາ­ຄາ 20.000 ກີບ.

# ພາບ & ຂ່າວ: ຂັນ​ທະ­ວີ

error: Content is protected !!