ເຊີນຮ່ວມບໍລິຈາກເລືອດ ເນື່ອງໃນໂອກາດວັນສຳຄັນຂອງຊາດ

ເພື່ອ​ເປັນ​ການ​ສ້າງ​ຜົນ­ງານ​ຄຳ­ນັບ​ຊົມ­ເຊີຍ​ວັນ​ປະ­ກາດ​ເອ­ກະ­ລາດ 12 ຕຸ­ລາ ຄົບ­ຮອບ 75 ປີ  (12/10/1945 – 12/10/20) ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ (02/12/1975-02/12/2020) ແລະ ວັນ​ສຳ­ຄັນ​ຕ່າງໆ​ຂອງ​ພັກ ຂອງ​ຊາດ ທີ່​ຈະ​ມີ​ຂຶ້ນ​ໃນ­ຕໍ່­ໜ້າ ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ຮ່ວມ​ກັບ​ບັນ­ດາ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ອ້ອມ​ຂ້າງ​ສູນ​ກາງ ແລະ ພາກ­ສ່ວນ​ຕ່າງໆ​ໃນ​ສັງ­ຄົມ ຈັດ​ກິດ ຈະ​ກຳ​ຮັບ​ບໍ­ລິ­ຈາກ​ເລືອດ​ແບບ​ເປີດ​ກວ້າງ​ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ ຂຶ້ນ​ວັນ​ທີ 23 ຕຸ­ລາ 2020 ທີ່​ສູນ​ການ​ຄ້າ ລາວ​ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ ຕືກ​ໃໝ່ ຊັ້ນ 4 ແຕ່​ເວ­ລາ 08:30-16:00 ໂມງ ພາຍ​ໃຕ້​ຫົວ­ຂໍ້: ບໍ​ລີ​ຈາກ​ເລືອດ​ແມ່ນ​ຮັກ​ຊາດ ແລະ ພັດ­ທະ­ນາ.

ດັ່ງ­ນັ້ນ ຂໍ​ເຊີນ­ຊວນ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ນັກ­ຮຽນ-ນັກ​ສຶກ​ສາ ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ ແລະ ນິ­ຕິ­ບຸກ­ຄົນ ພ້ອມ​ກັນ​ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ໃນ​ຄັ້ງ​ນີ້ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເຕີມ​ຕໍ່​ຊີ­ວິດ​ແກ່​ຜູ້​ຕ້ອງ ການ​ເລືອດ ເພື່ອ​ໃຫ້​ມີ​ຊີ­ວິດ​ຕໍ່​ໄປ ອີກ​ທັງ​ເປັນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ພັນ­ທະ​ພົນ­ລະ­ເມືອງ​ລາວ ປະ­ກອບ­ສ່ວນ ສ້າງ​ບຸນ​ກຸ­ສົນ​ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ ເພາະ​ຄົນ​ເຈັບ​ເຫຼົ່າ­ນັ້ນ​ອາດ​ເປັນ​ຄົນ​ທີ່​ທ່ານ​ຮັກ ຫຼຶ ຍາດ​ພີ່­ນ້ອງ​ຂອງເຮົາ​ເອງ.

# ພາບ & ຂ່າວ: ບຸນ​ມີ

error: Content is protected !!