ພິທີຖະແຫຼງຂ່າວ ການຈັດການແຂ່ງຂັນສິລະປະໃຫ້ ຄຊປປລ ກະຊວງ ອົງການ ແລະ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21 ຕຸລາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມຖະແຫຼງຂ່າວໂດຍທ່ານນາງ ປານີ ກິນດາວົງ ຮອງຫົວຫນ້າກົມຂະບວນການຊາວໜຸ່ມ ປະຊາຊົນປະຕິວັດລາວ ທ່ານນາງ ອານິດ ສີວິໄຊ ຮອງປະທານສູນຝາກຂາຍໂອດ໋ອບ ແລະ ບໍລິສັດ ມິສທີນກ້າວໜ້າລາວ ຈຳກັດຜູ້ດຽວ ມີສື່ມວນຊົນທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ວັນຄ້າຍວັນເກີດທ່ານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ທີ່ຈະຈັດຂຶ້ນໃນໄວໆນີ້ ນອກນັ້ນ ຍັງເປັນການຄັດເລືອກເອົາພາກສ່ວນທີ່ໄດ້ລາງວັນຊະນະເລີດເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມທົ່ວປະເທດ ຄັ້ງທີ VII.
ເນື້ອໃນບົດຟ້ອນທີ່ຈະນຳມາແຂ່ງຂັນ ແມ່ນໃຫ້ສ່ອງແສງເຖິງມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ແລະ ອະນາຄົດຂອງຊາວໜຸ່ມໃນການເດີນໄປທາງໜ້າ ສຳລັບລາງວັນ ມີລາງວັນທີ 1 ເງິນສົດ 1 ລ້ານກີບ ພ້ອມຂັນລາງວັນມູນຄ່າ 1.500.000 ກີບ ລາງວັນທີ 2 ເງິນສົດ 8 ແສນກີບ ພ້ອມຂັນລາງວັນ ມູນຄ່າ 1.500.000 ກີບ ລາງວັນທີ 3 ເງິນສົດ 5 ແສນກີບ ພ້ອມຂັນລາງວັນ ມູນຄ່າ 1.500.000 ກີບ ລາງວັນຊົມເຊີຍ ມີ 2 ລາງວັນ ຜະລິດຕະພັນມິສທີນຈຳປາລາວມູນຄ່າ 3 ແສນກີບ ນອກຈາກນີ້ ຍັງມີລາງວັນພິເສດ ພຽງແຕ່ຊື້ຜະລິດຕະພັນເຄື່ອງສຳອາງ ມູນຄ່າ 2 ແສນກີບ ຈະໄດ້ຜະລິດຕະພັນເຄື່ອງສຳອາງມູນຄ່າ 3 ແສນກີບ ມູນຄ່າ 5 ແສນກີບ ຈະໄດ້ຜະລິດຕະພັນເຄື່ອງສຳອາງມູນຄ່າ 750.000 ກີບ ມູນຄ່າ 1 ລ້ານກີບ ຈະໄດ້ຜະລິດຕະພັນເຄື່ອງສຳອາງມູນຄ່າ 1.500.000 ກີບ ເພື່ອຊິງລາງວັນແຕ່ງໜ້າງາມ ຈະໄດ້ຜະລິດຕະພັນເຄື່ອງສຳອາງຈາກມິສທີນລາວ ມູນຄ່າ 1 ລ້ານກີບ ພ້ອມຂັນລາງວັນ ມູນຄ່າ 1.500.000 ກີບ.
ທີມເຂົ້າຮ່ວມແຂ່ງຂັນທັງໝົດມີ 17 ທີມ ເຊິ່ງເປັນຊາວໜຸ່ມຈາກກະຊວງ ອົງການ ແລະ ນະຄອນຫຼວງວຽງຈັນ ກິດຈະກຳດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນສິລະປະດົນຕີແຫ່ງຊາດ.
# ຂ່າວ & ພາບ: ວຽງມາ