ຊຸດອົບຮົມຄູເຝິກກີລາບານສົ່ງຫາດຊາຍລາວ ຈັດຂຶ້ນວັນທີ 12-16 ຕຸລາ 2020 ຢູ່ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ນະຄອນຫຼວງວຽງຈັນ ມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການ ຄອລ ທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດ ພ້ອມດ້ວຍວິທະຍາກອນຈາກສະຫະພັນບານສົ່ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຊຸດອົບຮົມຄັ້ງນີ້ ໄດ້ປະຕິບັດຕາມແຜນຍຸດທະສາດ ໃນການພັດທະນາກີລາລາວຂອງກະຊວງສຶກສາທິການ ແລະ ກີລາ ແຕ່ນີ້ຮອດປີ 2025 ກໍຄື ແຜນຈັດຝຶກອົບຮົມປະຈຳປີ 2020 ວ່າດ້ວຍການພັດທະນາບຸຄະລາກອນ ແລະ ຍົກລະດັບຄູເຝິກກີລາບານສົ່ງຫາດຊາຍຂອງສະຫະພັນບານສົ່ງແຫ່ງຊາດລາວ ໃຫ້ແທດເໝາະ ແລະ ຖ່ວງທັນກັບການປ່ຽນແປງໃໝ່ດ້ານທິດສະດີ ຫຼັກການເຝິກແອບ ວິທີການເຝິກແອບ ແລະ ຂັ້ນຕອນຕ່າງໆຂອງສະຫະພັນບານສົ່ງສາກົນ ພາຍໃຕ້ລະບຽບການ ແລະ ວິທະຍາສາດການກີລາໃນຍຸກສະໄໝໃໝ່.
ທ່ານ ທິບພົງພັດ ມະນິວົງ ຮອງເລຂາທິການສະຫະພັນບານສົ່ງແຫ່ງຊາດລາວ ໃຫ້ຮູ້ວ່າ: ການຈັດອົບຮົມຄັ້ງນີ້ເປັນຄັ້ງທຳອິດ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນໂອແລມປິກສາກົນ ເປັນໂຄງການຮ່ວມມືລະຫວ່າງ ຄອລ ແລະ ຄະນະກຳມະການໂອແລມປິກສາກົນ ໂດຍໄດ້ເຊີນເອົາວິທະຍາກອນຈາກສະຫະພັນບານສົ່ງສາກົນ ມາເຝິກໃຫ້ຄູເຝິກລາວ ມີຜູ້ເຂົ້າຮ່ວມ 26 ຄົນ ໃນນັ້ນມີອະດີດທີມຊາດບານສົ່ງ 6 ຄົນ ຈາກ 8 ແຂວງ ແລະ ນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ຈັນສະໝອນ ຜ່ອງຈັນທາ ໄດ້ເນັ້ນຫຼັງຈາກພະຍາດໂຄວິດ-19 ສິ້ນສຸດລົງ ເຊື່ອວ່າການເຄື່ອນໄຫວກີລາບານສົ່ງລະດັບອາຊຽນ ອາຊີ ແລະ ສາກົນ ຈະມີການເຄື່ອນໄຫວຢ່າງເປັນປົກກະຕິ ສະນັ້ນ ທຸກຄົນທີ່ໄດ້ຜ່ານການຍົກລະດັບຄັ້ງນີ້ ຫຼັງກັບພະແນກການກົມກອງຂອງຕົນ ຕ້ອງໄດ້ສືບຕໍ່ສ້າງແຜນຈັດຕັ້ງປະຕິບັດໃນການຫ້າງຫາກະກຽມນັກກີລາ ເພື່ອເຄື່ອນໄຫວຈັດແຂ່ງຂັນລະດັບແຂວງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອສ້າງນັກກີລາໃຫ້ມີຄຸນນະພາບກຽມຕາງໜ້າແຂວງ ສົ່ງເຂົ້າຮ່ວມແຂ່ງຂັນລາຍການລະດັບຊາດ ເພື່ອຄັດເລືອກນັກກີລາທີມຊາດ ກຽມຕາງໜ້າຊາດ ເຂົ້າຮ່ວມແຂ່ງຂັນສ້າງຜົນງານນຳເອົາກຽດຊື່ສຽງ ແລະ ສັກສີມາສູ່ປະເທດຊາດ ໃນງານລະດັບນານາຊາດ ໃນອະນາຄົດ.