4 ທີມຜ່ານເຂົ້າຮອບບານ¬ເຕະ ຄອມມານໂດຄັບ

ການ​ແຂ່ງ­ຂັນ​ບານ­ເຕະ​ລາຍການ ເອ​ເອັຟ​ເອັຟ ຄອມ​ມານ​ໂດຄັບ 2020 ຮອບ 8 ທີມ​ສຸດ​ທ້າຍ ​ຈັດຂຶ້ນ​ວັນ​ທີ 17-18 ຕຸ­ລາ 2020 ຢູ່​ສະ­ໜາມ​ກີ­ລາ​ບານ­ເຕະ​ແຫ່ງຊາດ (ຫຼັກ 16) ມີ 4 ຄູ່ ວັນ​ທີ 17 ຕຸ­ລາ 2020 ເປັນ​ການ​ພົບ​ກັນ​ລະຫວ່າງ ຄູ່​ທີ 1 ຊ້າງ​ນ້ອຍ​ເອັຟ​ຊີ ພົບ​ກັບ ປກສ ເອັຟ​ຊີ ເອ​ສຣາ ເອັຟ​ຊີ ພົບ​ກັບ​ ລາວ-ທ໋ອບ ເອັຟ​ຊີ ວັນ​ທີ 18 ຕຸ­ລາ 2020 ຄູ່​ທີ 1 ເຮັດ​ບີ​ທີ 941 ເອັຟ​ຊີ ພົບ​ກັບ ເມືອງ​ຫາດ ຢູ​ໄນ​ເຕັດ ແລະ ຄູ່​ທີ 2 ລາວ ໂຕ​ໂຢ​ຕ້າ ເອັຟ​ຊີ ແຊັມ ເປບ​ຊີ ລາວ​ລີກ 5 ສະ­ໄໝ ພົບ​ກັບ ມາດ​ເຕີ ເຊ​ເວັນ ເອັຟ​ຊີ ມີ​ກອງເຊຍ​ຂອງ​ແຕ່​ລະ​ສະ­ໂມ­ສອນ​ ເຂົ້າ​ຮ່ວມ​ຊົມ​ຈຳ­ນວນ​ຫຼວງ­ຫຼາຍ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດວ່າ: ວັນ​ທີ 17 ຕຸ­ລາ 2020 ຄູ່​ທີ 1 ຊ້າງ​ນ້ອຍ​ຊະ­ນະ ປກສ  4-3 ປະ­ຕູ ຜ່ານ​ເຂົ້າ​ໄປ​ພົບ​ກັບ​ເອ​ສຣາ ທີ່​ໄລ່​ຖະ​ຫຼົ່ມ​ເອົາ​ຊະ­ນະ​ລາວ-ທ໊ອບ ຂາດ​ຮອຍ 7-1 ປະ­ຕູ ວັນ​ທີ 18 ຕຸ­ລາ 2020 ເຮັດ​ບີ​ທີ 941 ເສຍ​ໃຫ້​ເມືອງ​ຫາດ ຢູ​ໄນ​ເຕັດ 2-5 ປະ­ຕູ ສົ່ງ​ຜົນ​ໃຫ້​ເມືອງ​ຫາດ ເຂົ້າ​ໄປ​ພົບກັບ ລາວ​ໂຕ​ໂຢ​ຕ້າ ທີ່​ເອົາ​ຊະ­ນະ​ມາດ​ເຕີ ເຊ​ເວັນ 2-0 ປະ­ຕູ ຂະ­ນະ​ທີ່​ຮອບ​ຮອງ​ຊະ­ນະ​ເລີດ ຈະ​ກັບ​ມາ​ແຂ່ງ­ຂັນ​ວັນ​ທີ 24 ຕຸ­ລາ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສ່ວ​ນັດ​ຊີງ​ຊະ­ນະເລີດ​ຈະ​ຈັດ​ຂຶ້ນ ວັນ​ທີ 31 ຕຸ­ລາ 2020.

error: Content is protected !!