ສ້າງລະບົບຄຸ້ມຄອງນ້ຳທີ່ມີປະສິດທິຜົນ-ຂະຫຍາຍຄວາມພ້ອມການຮັບມືກັບໄພພິບັດ

ພິ­ທີ​ລົງ​ນາມ ບົດ​ບັນ­ທຶກ​ການ​ຮ່ວມ​ມື​ສຳ­ລັບ​ໂຄງ­ການ​ສ້າງ​ລະ­ບົບ​ຄຸ້ມ​ຄອງ​ນ້ຳ​ທີ່​ມີ​ປະ​ສິດ­ທິ​ຜົນ ແລະ ເສີມ​ຂະ­ຫຍາຍ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ໄພ­ພິ­ບັດ​ຂອງ​ນ້ຳ​ງື່ມ 1 ໄລ­ຍະ​ປີ 2020-2025 ມູນ​ຄ່າ 11 ລ້ານ​ໂດ​ລາ​ສະ­ຫະ­ລັດ ຂຶ້ນ​ວັນ​ທີ 19 ຕຸ­ລາ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ບຸນ​ເທບ ມາ ໄລ​ທຳ ຫົວ­ໜ້າ​ກົມ​ພະ­ລັງ­ງານ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ (ພບ) ທ່ານ ພູ​ວົງ ຫຼວງ​ໄຊ­ຊະ­ນະ ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ເງິນ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ (ຊສ) ແລະ ທ່ານ​ນາງ ຈອງ​ຮີ ອີມ ຜູ້­ຕາງ­ໜ້າ​ອົງ­ການ​ກອຍ​ກາ ປະ­ຈຳ ສປປ ລາວ ໂດຍ​ມີ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ ພບ ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ ຊສ ທ່ານ ຊັງ​ຊູນ ຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ອົງ​ກອຍ​ກາ ປະ­ຈຳ ສປປ ລາວ ຫວັງ​ຢ່າງ​ຍິ່ງ​ວ່າ ໂຄງ­ການ​ດັ່ງ­ກ່າວ​ຈະ​ສາ­ມາດ​ປະ­ກອບ​ສວນ​ສ້າງ​ຄວາມ​ເຂົ້າ­ໃຈ​ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼງ​ນ້ຳ​ແບບ​ປະ­ສົມ​ປະ­ສານ ແລະ ຫຼຸດ­ຜ່ອນ​ໄພ­ພິ­ບັດ​ກ່ຽວ​ກັບ​ນ້ຳ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້ ສປປ ລາວ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ໂດຍ​ການ​ສ້າງ­ຕັ້ງ​ລະ­ບົບ​ຄຸ້ມ​ຄອງ ແລະ ຮ່ວມ​ມື​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ.

# ພາບ & ຂ່າວ: ສະ­ບາ​ໄພ

error: Content is protected !!