ວັນທີ 21 ຕຸລາ 2020 ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດຟາມປູກຜັກ ບໍລິສັດເມືອງລາວ ສະໜອງສະບຽງອາຫານ ຈຳກັດ ຢູ່ບ້ານທ່າສົ້ມມໍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ບຸນທ່ຽງ ລັດຕະນະວົງ ອຳນວຍການບໍລິສັດເມືອງລາວ ສະໜອງສະບຽງອາຫານ ໄດ້ລາຍງານໃຫ້ຮູ້ວ່າ: ຟາມດັ່ງກ່າວມີເນື້ອທີ່ທັງໝົດ 7 ເຮັກຕາ ໃນນີ້ ໄດ້ປູກພືດຜັກໃຫ້ໝາກ ແລະ ໃຫ້ໃບ ໃສ່ເຮືອນຮົ່ມ ປະກອບມີ ຜັກບົ່ວ ຜັກຫອມ ໝາກແຕງ ໝາກຖົ່ວ ແລະ ພືດຜັກອື່ນໆ ນອກນັ້ນ ຍັງໄດ້ລ້ຽງປານິນ ກົບ ແລະ ໄກ່ຕື່ມອີກ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນນະຄອນຫຼວງວຽງຈັນ ສຳລັບເຮືອນຮົ່ມທີ່ໃຊ້ປູກພືດຜັກ ມີຂະນາດ 9×40ແມັດ ຈຳນວນ 40 ເຮືອນຮົ່ມ.




# ພາບ & ຂ່າວ: ຂັນທະວີ