ນຳສະເໜີ Pulse ແອັບພລີເຄເຊິນທີ່ຊ່ວຍຜູ້ໃຊ້ ຈັດການດ້ານສຸຂະພາບໂດຍບໍ່ເສຍຄ່າ

ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ​ລາວ ຈຳ­ກັດ ນຳ​ສະ­ເໜີ​ແອັບ​ພລີ​ເຄ​ເຊິນ ເພົ້າສ໌ “Pulse” ເຊິ່ງ​ເປັນ​ແອັບ​ພລີ​ເຄ​ເຊິນ​ໃນ​ລາວ ທີ່​ຊ່ວຍ​ຜູ້​ໃຊ້​ຈັດ­ການ​ດ້ານ​ສຸ­ຂະ­ພາບ​ໂດຍ​ບໍ່​ມີ​ການ​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ Pulse ນຳ​ໃຊ້​ລະ­ບົບ​ປັນ­ຍາ​ປະ­ດິດ (AI) ເປັນ​ເຄື່ອງ­ມື​ໃນ​ການ​ໃຫ້​ຂໍ້​ມູນ​ຢ່າງ​ຖືກ­ຕ້ອງ ຊັດ​ເຈນ ແກ່​ຜູ້​ໃຊ້​ຕະ­ຫຼອດ​ເວ­ລາ ໂດຍ​ຜູ້​ໃຊ້​ສາ­ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ດ້ານ​ສຸ­ຂະ­ພາບ ແລະ ສາ­ມາດ​ຊອກ​ຫາ​ຂໍ້​ມູນ​ໂຮງ­ໝໍ ແລະ ຄລີ​ນິກ ທີ່​ໃກ້​ຄຽງ​ໃນ​ຍາມ​ສຸກ​ເສີນ.

ພິ­ທີ​ນຳ​ສະ­ເໜີ​ແອັບ​ພລີ​ເຄ​ເຊິນ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 19 ຕຸ­ລາ 2020 ຢູ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ໂດຍ​ມີ​ທ່ານ Veejay Madhavan ຜູ້­ອຳ­ນວຍ­ການ​ໃຫຍ່​ຂອງ​ພຣູ​ເດັນ​ໂຊລ໌ ລາວ ທ່ານ ເນົາ ບຸດ­ຕາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ບັນ­ດາ​ກະ­ຊວງ ຄູ່​ຮ່ວມ​ທຸ­ລະ​ກິດ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

Pulse ໄດ້​ນຳ​ສະ­ເໜີ​ຄັ້ງ​ທຳ​ອິດ​ເດືອນ​ສິງ­ຫາ 2019 ຢູ່​ປະ­ເທດ​ມາ​ເລ​ເຊຍ ແລະ ນຳ​ໃຊ້​ແລ້ວ​ຢູ່ 11 ປະ­ເທດ ທົ່ວ​ອາ­ຊີ ທີ່­ຢູ່​ໃນ​ເຄືອ Prudential Corporate Asia ນັບ​ແຕ່​ໄດ້​ນຳ​ສະ­ເໜີ​ເຖິງ​ປັດ­ຈຸ­ບັນ Pulse ຖືກ​ດາວ​ໂຫຼດ​ຫຼາຍ​ກວ່າ 9 ລ້ານ​ຄັ້ງ ສາ­ມາດ​ດາວ​ໂຫຼດ​ໄດ້​ໃນ Apple/Google Play Stores ໃນ​ກຳ­ປູ­ເຈຍ ຮົງ​ກົງ ອິນ​ໂດ​ເນ​ເຊຍ ລາວ ມາ​ເລ​ເຊຍ ມຽນ​ມາ ຟິ​ລິບ​ປີນ​ສິງ­ກະ­ໂປ ໄຕ້​ຫວັນ ໄທ ແລະ ຫວຽດ­ນາມ ຂໍ້​ມູນ​ເພີ່ມ​ເຕີມ​ເຂົ້າ​ເບິ່ງ​ທີ່​ເວັບ​ໄຊ www.wedopulse.com.

# ພາບ & ຂ່າວ: ສະ­ບາ​ໄພ

error: Content is protected !!