ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຈະພິຈາລະນາຫຼາຍບັນຫາສຳຄັນ

ທ່ານ ນາງ ສວນ​ສະ­ຫວັນ ວິ​ຍະ​ເກດ ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ (ສພຊ) ໄດ້​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ວັນ​ທີ 20 ຕຸ­ລາ 2020 ທີ່ ສພຊ (ຫຼັກ 6) ວ່າ: ຄະ­ນະ​ປະ­ຈຳ ສພຊ ຄະ­ນະ​ເລ­ຂາ­ທິ­ການ ສພຊ ມີ ຄວາມ​ຍິນ​ດີ ແລະ ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ​ບັນ­ດາ​ທ່ານ​ພະ­ນັກ­ງານ-ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ນັກ­ຮຽນ ນັກ​ສຶກ​ສາ ປັນ­ຍາ​ຊົນ ກຳ­ມະ­ກອນ ຊາວ​ຜູ້​ອອກ­ແຮງ​ງານ ພໍ່​ແມ່​ພີ່­ນ້ອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ ແລະ ພີ່­ນ້ອງ​ຊາວ​ລາວ​ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ​ຮັບ​ຊາບ​ວ່າ: ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 10 ຂອງ ສພຊ ຊຸດ​ທີ VIII ຈະ​ໄດ້​ໄຂ​ຂຶ້ນ​ວັນ​ທີ 27 ຕຸ­ລາ-17 ພະ­ຈິກ 2020 ຢູ່ ສພຊ (ຫຼັກ 6).

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 10 ຂອງ ສພຊ ຊຸດ​ທີ VIII ຈະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ພິ­ຈາ­ລະ­ນາ ແລະ ຕົກ­ລົງ​ບັນ­ຫາ​ສຳ­ຄັນ​ຕ່າງໆ​ເຊັ່ນ: ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳ​ປີ 2020 ແລະ ແຜນ­ການ ປະ­ຈຳ​ປີ 2021 ທາບ​ທາມ​ຮ່າງ​ບົດ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 5 ປີ (2016-2020) ຮ່າງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025) ແລະ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 5 ປີ (2021-2025) ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ແຜນ­ຜັງ​ລວມ​ຕົວ​ເມືອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຂອງ​ອົງ­ການ​ກວດ​ສອບ​ແຫ່ງ​ລັດ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2016-2020) ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ ປະ­ຈຳ​ປີ 2020 ແລະ ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2021-2025) ແຜນ­ການ​ປະ­ຈຳ​ປີ 2021 ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ​ບົດ​ສະ­ຫຼຸບ​ຂາດ​ຕົວ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ປະ­ຈຳ​ປີ 2019 ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ການ​ກວດ­ກາ​ຕາມ​ຜົນ​ການ​ກວດ​ສອບ ບົດ​ສະ­ຫຼຸບ​ຂາດ​ຕົວ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ຂອງ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ.

ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຂອງ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ສູງ​ສຸດ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ​ໄລ­ຍະ 5 ປີ (2016-2020) ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ປະ­ຈຳ​ປີ 2020 ແລະ ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2021-2025) ແຜນ­ການ​ປະ­ຈຳ​ປີ 2021 ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຂອງ​ສານ​ປະ­ຊາ­ຊົນ​ສູງ​ສຸດ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ ເຄື່ອນ​ໄຫວ​ວຽກ​ງານ​ໄລ­ຍະ 5 ປີ (2016-2020) ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ ປະ­ຈຳ​ປີ 2020 ແລະ ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2021-2025) ແຜນ­ການ​ປະ­ຈຳ​ປີ 2021 ພິ­ຈາ­ລະ­ນາ ຮັບ­ຮອງ​ບົດ​ລາຍ​ງານ​ຂອງ ສພຊ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ​ໄລ­ຍະ 5 ປີ (2016-2020) ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ປະ­ຈຳ​ປີ 2020 ແລະ ແຜນ­ການ​ປະ­ຈຳ​ປີ 2021 ທາບ​ທາມ​ຮ່າງ​ທິດ​ທາງ​ແຜນ­ການ­ເຄື່ອນ­ໄຫວ​ວຽກ​ງານ 5 ປີ (2021-2025) ຂອງ ສພຊ ຊຸດ​ທີ IX ພິ­ຈາ­ລະ­ນາ ຮັບ­ຮອງ​ບົດ​ລາຍ​ງານ​ຜົນ​ການ​ຕິດ­ຕາມ​ກວດ­ກາ​ຂອງ​ຄະ­ນະ​ປະ­ຈຳ ສພຊ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ  ໝາຍ​ທີ່​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຜົນ​ການ​ກວດ​ສອບ ແລະ ຜົນ​ການ​ກວດ­ກາ ໃນ​ຂົງ­ເຂດ​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ການ​ຈັດ​ເກັບ​ລາຍ​ຮັບ ພິ­ຈາ­ລະ­ນາ​ຮັບ­ຮອງ​ບົດ​ລາຍ​ງານ​ຜົນ​ການ​ຕິດ­ຕາມ​ກວດ­ກາ​ຂອງ​ຄະ­ນະ​ປະ­ຈຳ ສພຊ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ທີ່​ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ ການ​ບໍ­ລິ­ການ​ໃນ​ຮ້ານ​ບັນ​ເທິງ ແລະ ຮ້ານ​ກິນ​ດື່ມ.

ນອກ​ນັ້ນ ຍັງ​ຈະ​ໄດ້​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ສ້າງ ແລະ ປັບ­ປຸງ​ກົດ­ໝາຍ 5 ສະ­ບັບ ໃນ​ນີ້​ມີ​ກົດ­ໝາຍ​ສ້າງ​ໃໝ່ 4 ສະ­ບັບ ແລະ ກົດ­ໝາຍ​ປັບ­ປຸງ 1 ສະ­ບັບ.

ໃນ​ໄລ­ຍະ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 10 ຂອງ ສພຊ ຊຸດ​ທີ VIII ຄະ­ນະ​ເລ­ຂາ­ທິ­ການ ສພຊ ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ຮັບ­ຜິດ­ຊອບ​ໂທລະ­ສັບ​ສາຍ​ດ່ວນ ເພື່ອ​ຮັບ​ເອົາ​ຄຳ​ຄິດ​ເຫັນ ແລະ ຄຳ​ສະ­ເໜີ​ໂດຍ​ກົງ​ຈາກ​ປະ­ຊາ­ຊົນ​ທີ່​ຈະ​ສົ່ງ​ໄປ​ຍັງ​ກອງ​ປະ­ຊຸມ ບັນ­ດາ​ທ່ານ​ສາ­ມາດ​ສົ່ງ​ຄຳ​ຄິດ​ເຫັນ ແລະ ຄຳ​ສະ­ເໜີ​ຂອງ​ຕົນ​ໄປ​ຍັງ​ກອງ​ປະ­ຊຸມ ໂທ​ສາຍ​ດ່ວຍ​ບໍ່​ເສຍ​ຄ່າ ໝາຍ​ເລກ 156 ໂທລະ​ສານ​ເບີ 021 413528 ແລະ ສົ່ງ​ເປັນ​ຈົດ­ໝາຍ​ທາງ​ໄປ­ສະ­ນີ ຕູ້ ປນ. 662 ຫຼື ສົ່ງ​ອີ​ເມວ: nalao.156@gmail.com.

# ພາບ & ຂ່າວ: ລັດ​ເວ­ລາ

error: Content is protected !!