ລັດຖະບານ ສຸມໃສ່ຄົ້ນຄວ້າເພື່ອຕອບໂຕ້ໄພພິບັດນ້ຳຖ້ວມ

ກອງ​ປະ­ຊຸມ​ສຸກ​ເສີນ ຂອງ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ ເພື່ອ​ຕອບ​ໂຕ້​ໄພ­ພິ­ບັດ​ນ້ຳ​ຖ້ວມ ທີ່​ກຳ­ລັງ​ເກີດ​ຂຶ້ນ​ຢູ່​ບັນ­ດາ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ຂອງ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 20 ຕຸ­ລາ 2020 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ທັງ​ເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ ມີ​ບັນ­ດາ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຮອງ​ປະ­ທານ ແລະ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໄພ­ພິ­ບັດ​ຂັ້ນ​ສູນ​ກາງ ບັນ­ດາ​ທ່ານ​ຜູ້​ປະ­ສານ​ງານ​ຈາກ​ບັນ­ດາ​ກະ­ຊວງ ແຂວງ​ສະ­ຫວັນ​ນະ​ເຂດ ແລະ ແຂວງ​ອັດ​ຕະ​ປື ເຂົ້າ​ຮ່ວມ.

ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ວ່າ: ປັດ­ຈຸ­ບັນ ບັນ­ຫາ​ໄພ­ພິ­ບັດ​ທີ່​ສາ­ເຫດ​ເກີດ​ມາ​ຈາກ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເປັນ­ຕົ້ນ ໄພ​ນ້ຳ​ຖ້ວມ ແຜ່ນ­ດິນ​ໄຫວ ຄື່ນ​ສຶ​ນາ​ມິ ລົມ​ພະ­ຍຸ​ພັດ ພະ­ຍາດ​ລະ­ບາດ ແລະ ອື່ນໆ ໄດ້​ກາຍ­ເປັນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ພາກ​ພື້ນ ແລະ ສາ­ກົນ ເພາະ​ບັນ­ຫາ​ໄພ­ພິ­ບັດ​ດັ່ງ­ກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ­ຈຳ ແລະ ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ເຊິ່ງ​ສ້າງ​ຜົນ​ກະ­ທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ​ຕໍ່​ສຸ­ຂະ­ພາບ ຊີ­ວິດ ຊັບ​ສິນ​ຂອງ​ລັດ ລວມ​ໝູ່ ປະ­ຊາ­ຊົນ ເສດ­ຖະ­ກິດ ແລະ ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ໃນ​ສັງ­ຄົມ ທັງ​ໃນ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ ເຊັ່ນ: ເຫດ­ການ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ໃນ​ປີ 2018 ແລະ ປີ 2019 ຜ່ານ​ມາ ປັດ­ຈຸ­ບັນ ລັດ­ຖະ­ບານ ສປປ ລາວ ຍັງ​ສືບ­ຕໍ່​ສຸມ​ໃສ່​ການ​ຊ່ວຍ­ເຫຼືອ​ຟື້ນ​ຟູ​ຄືນ​ຫຼັງ​ໄພ­ພິ­ບັດ ໂດຍ​ສະ­ເພາະ​ແມ່ນ​ສະ­ພາບ​ການ​ແກ້​ໄຂ​ຟື້ນ​ຟູ​ຢູ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື.

ແນວ­ໃດ​ກໍ​ຕາມ ໄລ­ຍະ​ທ້າຍ​ປີ 2019 ຫາ​ຕົ້ນ​ປີ 2020 ກໍ​ຄື​ປັດ­ຈຸ­ບັນ ສປປ ລາວ ຂອງ​ພວກ​ເຮົາ ນອກ­ຈາກ​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຈາກ​ບັນ­ຫາ​ການ​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19 ແລ້ວ ຍັງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ ເປັນ­ຕົ້ນ ໄພ​ນ້ຳ​ຖ້ວມ ແຫ້ງ­ແລ້ງ ດິນ​ເຈື່ອນ ລົມ​ພະ­ຍຸ ແຜ່ນ­ດິນ​ໄຫວ ການ​ລະ­ບາດ​ຂອງ​ພະ­ຍາດ​ອະ­ຫິ​ວາ​ໝູ​ອາ​ຟຣິ​ກາ ບັນ­ຫາ​ສັດ­ຕູ​ພືດ​ທຳ­ລາຍ​ພື້ນ​ທີ່​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ ການ​ລະ­ບາດ​ຂອງ​ໄຂ້­ຍຸງ​ລາຍ ແລະ ອື່ນໆ ເຊິ່ງ​ທັງ​ໝົດ​ເຫຼົ່າ​ນີ້ ໄດ້​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ສຸ­ຂະ­ພາບ ຊີ­ວິດ ແລະ ຊັບ​ສິນ​ຂອງ​ປະ­ຊາ­ຊົນ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ­ຖານ​ໂຄງ​ລ່າງ​ເສດ­ຖະ­ກິດ​ຂອງ​ປະ­ເທດ ເປັນ­ຕົ້ນ ເຫດ­ການ​ໄພ​ນ້ຳ​ຖ້ວມ​ທີ່​ກຳ­ລັງ​ເກີດ​ຂຶ້ນ ຢູ່ 8 ເມືອງ ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ ຄື: ເມືອງ​ພີນ ເຊ​ໂປນ ນອງ ທ່າ​ປາງ​ທອງ ສອງ​ຄອນ ຈຳ​ພອນ ຊົນ​ບູ​ລີ ແລະ ເມືອງ​ວິ­ລະ​ບູ​ລີ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ປະ­ຊາ­ຊົນ​ຢູ່ 125 ບ້ານ 5.130 ກວ່າ​ຄອບ­ຄົວ 29.000 ກວ່າ​ຄົນ ມີ​ການ​ຍົກ­ຍ້າຍ​ປະ­ຊາ­ຊົນ​ຈຳ­ນວນ 41 ບ້ານ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເນື້ອ­ທີ່​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ ສັດ­ລ້ຽງ ຊົນ­ລະ­ປະ­ທານ ເສັ້ນ­ທາງ ຂົວ ໂຮງ­ຮຽນ ສຸກ­ສາ­ລາ ແຫຼ່ງ​ນ້ຳ​ກິນ-ນ້ຳ​ໃຊ້ ແລະ ອື່ນໆ ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ມາ​ຮອດ​ປັດ­ຈຸ­ບັນ ລະ­ດັບ​ນ້ຳ​ຍັງ​ໄດ້​ມີ​ການ​ເພີ່ມ​ລະ­ດັບ ແລະ ອາດ​ເຮັດ​ໃຫ້​ເກີດ​ມີ​ນ້ຳ​ຖ້ວມ​ອີກ​ຄັ້ງ ເຊັ່ນ: ເມືອງ​ເຊ​ໂປນ ເມືອງ​ນອງ ແລະ ເມືອງ​ວິ­ລະ​ບູ​ລີ.

# ພາບ & ຂ່າວ: ສີ​ພອນ

error: Content is protected !!