ຍົກລະດັບການແຂ່ງຂັນດ້ານການຄ້າ ເພື່ອການເຊື່ອມໂຍງພາກພື້ນ

ເພື່ອ​ແນ­ໃສ່​ຍົກ​ລະ­ດັບ​ໃຫ້​ນັກ​ສຳ​ມະ​ນາ​ກອນ ເຂົ້າ­ໃຈ​ເພີ່ມ​ເຕີມ​ກ່ຽວ​ກັບ​ຈຸດ­ປະ­ສົງ ແລະ ເປົ້າ​ໝາຍ​ເສລີ ພາຍ​ໃຕ້​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ ເພື່ອ​ເຮັດ​ໃຫ້​ປະ­ເທດ​ມີ​ການ​ແຂ່ງ­ຂັນ ແລະ ເຊື່ອມ​ໂຍງ​ກັບ​ລະ­ບົບ​ການ​ຄ້າ​ສາ­ກົນ​ດີ​ຂຶ້ນ ກະ­ຊວງ​ການ​ຕ່າງ­ປະ­ເທດ​ສິງ­ກະ­ໂປ ຈຶ່ງ​ສືບ­ຕໍ່​ໃຫ້​ທຶນ​ເຝິກ­ອົບ­ຮົມ ຫົວ­ຂໍ້ “ຍົກ​ລະ­ດັບ​ການ​ແຂ່ງ­ຂັນ​ດ້ານ​ການ​ຄ້າ ເພື່ອ​ການ​ເຊື່ອມ​ໂຍງ​ພາກ​ພື້ນ” ໃຫ້​ພະ­ນັກ­ງານ​ລັດ­ຖະ­ກອນ​ລາວ 12 ທ່ານ ໂດຍ​ຜ່ານ​ວິ​ດີ​ໂອ​ທາງ­ໄກ ຂຶ້ນ​ວັນ​ທີ 13-16 ຕຸ­ລາ 2020 ຢູ່​ສູນ​ຮ່ວມ​ມື​ລາວ-ສິງ­ກະ­ໂປ ໂດຍ​ມີ​ທ່ານ ມາ​ກາ​ເຣດ ລຽງ ວິ­ທະ­ຍາ­ກອນ​ຈາກ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ສິງ­ກະ­ໂປ ເປັນ​ຜູ້​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້.

ທ່ານ​ນາງ ຄຳ​ພັດ ພູນ​ສຸກ ສຳ​ມະ​ນາ​ກອນ​ຈາກ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ລັດ­ຖະ­ບານ​ສິງ­ກະ­ໂປ ທີ່​ໄດ້​ຈັດ​ຊຸດ​ເຝິກ­ອົບ­ຮົມ​ດັ່ງ­ກ່າວ ເຊິ່ງ​ໄດ້​ຊ່ວຍ​ຍົກ​ລະ­ດັບ​ທັກ​ສະ​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ລາວ ແລະ ເປັນ​ຊຸດ​ເຝິກ­ອົບ­ຮົມ​ທີ່​ມີ​ປະ­ໂຫຍດ​ຫຼາຍ ເພາະ​ມັນ​ໄດ້​ພັດ­ທະ­ນາ​ວິ­ຊາ​ສະ­ເພາະ​ວຽກ​ງານ ແລະ ໄດ້​ຄວາມ​ຮູ້​ໃນ​ຫຼາຍ​ຂົງ­ເຂດ ເຊັ່ນ: ຫຼັກ­ການ​ສຳ­ຄັນ​ຂອງ​ຂໍ້​ຕົກ­ລົງ​ອາ​ຊຽນ ກໍ​ຄື​ຂໍ້​ຕົກ­ລົງ​ການ​ຄ້າ​ອາ​ຊຽນ ຂໍ້​ຕົກ­ລົງ​ທາງ​ສິນ­ຄ້າ ການ​ເຊື່ອມ​ໂຍງ​ອາ​ຊຽນ ວ່າ​ດ້ວຍ​ຂໍ້​ຕົກ­ລົງ​ການ​ບໍ­ລິ­ການ ແລະ ຂໍ້​ຕົກ­ລົງ​ການ​ລົງ​ທືນ​ຮອບ­ດ້ານ​ອາ​ຊຽນ ການ​ກຳ­ນົດ​ລະ­ບຽບ​ຂອງ​ບ່ອນ​ກຳ­ເນີດ​ສິນ­ຄ້າ ແລະ ການ​ບໍ­ລິ­ການ ແນວ​ຄິດ​ການ​ຮ່ວມ​ມື​ຮອບ­ດ້ານ​ໃນ​ພາກ​ພື້ນ ແລະ ຂໍ້​ຕົກ­ລົງ​ການ​ຄ້າ​ເສລີ​ລະ­ດັບ​ໃຫຍ່​ໃນ​ພາກ​ພື້ນ​ອາ­ຊີ-ປາ​ຊີ ຟິກ ແລະ ອື່ນໆ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!