
ທ່ານ ມ໋າ ຮຸ້ຍ ຫາວ ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ແລະ ທ່ານ ຫວງ ກົວຜິງ ຜູ້ຕາງໜ້າເຂດເສດຖະກິດພິເສດບຶງທາດຫຼວງ ມອບຜ້າອັດປາກໃຫ້ແກ່ຫ້ອງການປົກຄອງນະຄອນຫຼວງວຽງຈັນ.oວັນທີ 31 ມີນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຈໍານວນ 12 ແກັດ ໃນນີ້ ແກັດໜຶ່ງບັນຈຸຜ້າອັດປາກ 2.500 ອັນ ມູນຄ່າ 30.000 ໂດລາສະຫະລັດ ປະມານ 270.000.0000 ກີບ ເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍຕາງໜ້າຮັບຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

ໂອກາດນີ້ ເຈົ້າຄອງນະຄອນຫຼວງໄດ້ມອບໃບກຽດຕິຄຸນໃຫ້ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ແລະ ເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມທັງສະແດງຄວາມຂອບໃຈຕໍ່ທັງສອງພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອຕ້ານພະຍາດCOVID -19.