
ວັນທີ 30 ມີນາ 2020 ບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ມອບເງິນ 500 ລ້ານກີບ ປະກອບສ່ວນເຂົ້າໃຫ້ວຽກງານສະກັດກັ້ນ ຕ້ານພະຍາດ COVID-19 ກ່າວມອບໂດຍທ່ານ ອັກຄະວອນ ຫລວງສຸວັນນະວົງ ຜູ້ອຳນວຍການບໍລິສັດລັດວິສາຫະກິດຫວຍພັດທະນາ ແລະ ກ່າວຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານຄະນະສະເພາະກິດ ຕ້ານພະຍາດ COVID-19 ເຊິ່ງພິທີມອບດັ່ງກ່າວຈັດຂຶ້ນທີ່ກະຊວງການເງິນ.