
ວັນທີ 31 ມີນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ຫລິວ ຫູ້ ບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ມອບເງິນ 50.000.000 ກີບ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍຕາງໜ້າຮັບຂອງທ່ານ ສິນລະວົງຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ມອບໃບກຽດຕິຄຸນ ເພື່ອສະແດງຄວາມຂອບໃຈຕໍ່ບໍລິສັດຮ່ວມທຶນລາວ-ຈີນທີ່ໄດ້ສະຫຼະຊັບສິນຂອງຕົນປະກອບສ່ວນຕ້ານພະຍາດ COVID-19.