ປະເທດສະມາຊິກອາຊຽນ ໃຫ້ຄວາມສຳຄັນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ

ວັນ​ທີ 15 ຕຸ­ລາ 2020 ຢູ່​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫຼື​ທາງ­ໄກ​ຂອງ​ຄະ­ນະ​ປະ­ສານ​ງານ​ເຄືອ​ຂ່າຍ​ດ້ານ​ຄວາມ​ປອດ​ໄພ ແລະ ສຸ­ຂະ­ພາບ​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 21 ເຊິ່ງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ອຸ­ດອນ ມະ­ນີ​ບຸນ ຮອງ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ແລະ ຮອງ​ປະ­ທານ​ກອງ​ປະ­ຊຸມ​ໂດຍ​ແມ່ນ​ທ່ານ ZAILEE BIN DOLLAH ຮອງ​ຫົວ­ໜ້າ​ກົມ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ແຮງ​ງານ​ແຫ່ງ​ປະ­ເທດ​ມາ​ເລ​ເຊຍ  ມີ​ບັນ­ດາ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ຮັບ­ຜິດ­ຊອບ​ວຽກ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ແຮງ​ງານ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ກອງ​ເລ­ຂາ​ອາ​ຊຽນ ຄະ­ນະ​ຜູ້​ແທນ ແລະ ບັນ­ດາ​ຄູ່​ຮ່ວມ​ງານ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື ທົບ​ທວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ ໂຄງ­ການ​ຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ພາຍ​ໃຕ້​ແຜນ​ງານ​ສຸ­ຂະ­ພາບ ແລະ ຄວາມ​ປອດ​ໄພ​ແຮງ​ງານ​ໃນ​ສະ­ຖານ­ທີ່​ເຮັດ​ວຽກ​ໄລ­ຍະ​ແຕ່​ປີ 2016-2020 ແລະ ວາງ​ທິດ​ທາງ​ແຜນ­ການ​ປີ 2021-2025 ແນ­ໃສ່​ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ແມ່​ບົດ​ປະ­ຊາ​ຄົມ​ວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນ 2025 ແລະ ເປັນ​ການ​ຜັນ​ຂະ­ຫຍາຍ​ໃຫ້​ແກ່​ແຜນ​ງານ​ລັດ­ຖະ­ມົນ­ຕີ​ແຮງ​ງານ​ອາ​ຊຽນ 2016-2020 ແລະ ການ​ສົ່ງ­ເສີມ​ລະ­ບົບ​ສາຍ​ພົວ­ພັນ​ອຸດ­ສາ­ຫະ­ກຳ​ທີ່​ເໝາະ​ສົມ ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ຂໍ້​ຂັດ​ແຍ່ງ​ດ້ານ​ແຮງ​ງານ​ຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ກົນ​ໄກ​ການ​ຮ່ວມ​ມື​ສາມ​ຝ່າຍ​ໃນ​ອາ​ຊຽນ ແລະ ສົ່ງ­ເສີມ​ສະ­ພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ໃນ​ສະ­ຖານ­ທີ່​ເຮັດ​ວຽກ ພ້ອມ​ທັງ​ເປັນ​ການ​ຍົກ​ສູງ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ກວດ­ກາ​ແຮງ​ງານ ແລະ ເພີ່ມ​ປະ­ສິດ­ທິ­ພາບ​ໃຫ້​ແກ່​ການ​ບັງ­ຄັບ​ໃຊ້​ກົດ­ໝາຍ.

# ພາບ & ຂ່າວ: ຊິ​ລິ​ການ​ດາ

error: Content is protected !!