ສ້າງຄວາມເຂົ້າໃຈ ການນຳໃຊ້ລະບົບຫ້ອງການທັນສະໄໝ

ກະ­ຊວງ​ໄປ­ສະ­ນີ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ຮ່ວມ​ກັບ​ພະ​ແນກ ປທສ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ການ​ນຳ​ໃຊ້​ລະ­ບົບ​ຫ້ອງ­ການ​ທັນ​ສະ­ໄໝ (e-Office) ໃຫ້​ບັນ­ດາ​ເມືອງ ແລະ ພະ­ແນກ­ການ​ອ້ອມ​ຂ້າງ ນວ ຂຶ້ນ​ວັນ​ທີ 20 ຕຸ­ລາ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ຫົວ­ໜ້າ​ພະ​ແນກ ປທສ ນວ ທ່ານ ນາງ ຈັນ​ຕະ​ພອນ ຈັນ​ສີ​ລິ​ລາດ ຮອງ​ຫົວ­ໜ້າ​ສູນ​ບໍ­ລິ­ຫານ​ລັດ​ດ້ວຍ​ເອກ​ເລັກ​ໂຕຣ​ນິກ ກະ­ຊວງ ປທສ ມີ​ຕາງ­ໜ້າ​ຈາກ​ບັນ­ດາ​ເມືອງ ພະ­ແນກ­ການ ແລະ ພະ­ນັກ­ງານ​ວິ­ຊາ​ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ເພື່ອ​ໃຫ້​ພະ­ນັກ­ງານ-ວິ­ຊາ​ການ​ຜູ້​ທີ່​ເຮັດ​ວຽກ​ງານ​ຢູ່​ຫ້ອງ­ການ ໂດຍ​ສະ­ເພາະ​ພະ­ນັກ­ງານ​ຂາ​ເຂົ້າ-ຂາ​ອອກ ຢູ່​ບັນ­ດາ​ເມືອງ ແລະ ພະ­ແນກ­ການ​ອ້ອມ​ຂ້າງ ນວ ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຂັ້ນ​ຕອນ​ການ​ນຳ​ໃຊ້​ລະ­ບົບ​ດັ່ງ­ກ່າວ​ຢູ່​ໃນ​ອົງ​ກອນ​ຂອງ​ຕົນ ໃຫ້​ມີ​ຄວາມ​ສະ­ດວກ ວ່ອງ­ໄວ ແລະ ມີ​ຄວາມ​ທັນ​ສະ­ໄໝ​ຫຼາຍ​ຂຶ້ນ ເຊິ່ງ​ລະ­ບົບ​ດັ່ງ­ກ່າວ​ນີ້ ເປັນ​ລະ­ບົບ​ໜຶ່ງ​ໃນ​ການ​ບໍ­ລິ­ຫານ​ວຽກ​ງານ​ຂອງ​ຫ້ອງ­ການ​ໃນ​ຮູບ​ແບບ​ເອ​ເລັກ​ໂຕຣ​ນິກ ແລະ ເຮັດ​ວຽກ​ໃນ​ຮູບ​ແບບ​ອອນ​ລາຍ ຜ່ານ​ເວັບ​ບຣາວ​ເຊີ ແລະ ໂປຣ​ແກຣມ​ມື​ຖື (App) ເປັນ­ຕົ້ນ ການ​ຈັດ​ເກັບ​ບັນ­ດາ​ເອ­ກະ­ສານ​ຂາ​ເຂົ້າ-ຂາ​ອອກ ທີ່​ເຊື່ອມ​ໂຍງ​ກັນ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ລວມ​ທັງ​ການ​ມອບ​ໝາຍ​ວຽກ​ງານ​ຂອງ​ຂັ້ນ​ຫົວ­ໜ້າ​ກົມ ຄະ­ນະ​ພະ​ແນກ ພະ­ນັກ­ງານ-ວິ­ຊາ​ການ ພ້ອມ​ທັງ​ສາ­ມາດ​ຕິດ­ຕາມ​ວຽກ​ງານ​ໄປ​ຕາມ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ບຸ​ຄະ­ລາ​ກອນ​ພາຍ​ໃນ ແລະ ຕາ­ຕະ­ລາງ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ອົງ​ກອນ ແລະ ອື່ນໆ ເຊິ່ງ​ຈະ​ມີ​ຜົນ​ປະ­ໂຫຍດ​ໃນ​ການ​ຊ່ວຍ​ຫຼຸດ­ຜ່ອນ​ການ​ເຮັດ​ວຽກ​ຂອງ​ພະ­ນັກ­ງານ ສະ­ດວກ​ໃນ​ການ​ຕິດ­ຕາມ​ຄຸ້ມ​ຄອງ​ຂໍ້​ມູນ​ເອ­ກະ­ສານ​ໃຫ້​ມີ​ຄວາມ​ໂປ່ງ​ໃສ ຮັບ­ປະ­ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ຖືກ­ຕ້ອງ​ດ້ານ​ຂໍ້​ມູນ ເຮັດ​ໃຫ້​ພະ­ນັກ­ງານ​ມີ​ຄວາມ​ຮັບ­ຜິດ­ຊອບ ແລະ ເຮັດ​ວຽກ​ງ່າຍ​ຂຶ້ນ ລວມ​ທັງ​ປະ­ຢັດ​ເວ­ລາ ແລະ ມີ​ປະ​ສິດ­ທິ​ຜົນ​ສູງ.

# ພາບ & ຂ່າວ: ລັດ​ເວ­ລາ

error: Content is protected !!