ຫົວເຫວີຍ ສືບຕໍ່ພັດທະນາບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາລາວ

ພິ­ທີ​ລົງ​ນາມ ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ (MOU) ວ່າ​ດ້ວຍ​ໂຄງ­ການ​ເຝິກ­ອົບ­ຮົມ​ບຸ​ຄະ­ລາ​ກອນ​ດ້ານ ICT ໃຫ້​ວິ­ຊາ​ການ ແລະ ນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ລະ­ຫວ່າງ​ບໍ­ລິ­ສັດ​ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ (ລາວ) ຈຳ­ກັດ​ຜູ້​ດຽວ ແລະ ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ຈັດ​ຂຶ້ນ​ວັນ​ທີ 16 ຕຸ­ລາ 2020 ຢູ່​ສະ​ຖາ​ບັນ​ດັ່ງ­ກ່າວ ເຊິ່ງ​ລົງ​ນາມ​ໂດຍ​ທ່ານ ຫູ ເຫວີຍ​ຫົວ ປະ­ທານ​ບໍ­ລິ­ສັດ​ຫົວ​ເຫວີຍ ປະ­ຈຳ​ລາວ ແລະ ທ່ານ ສາຍ​ຝົນ ບຸດ​ຈັນ­ທະ​ລາດ ຫົວ­ໜ້າ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ໂດຍ​ມີ​ພະ­ນັກ­ງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ລົງ​ນາມ MOU ຄັ້ງ​ນີ້ ບໍ­ລິ­ສັດ​ຫົວ​ເຫວີຍ ຈະ​ສືບ­ຕໍ່​ຄວາມ​ພະ­ຍາ­ຍາມ​ຢ່າງ​ຕໍ່​ເນື່ອງ ໃນ​ການ​ປູກ­ຝັງ​ຄວາມ​ຮູ້-ຄວາມ​ສາ­ມາດ​ດ້ານ ICT ໂດຍ​ການ​ຈັດ​ເຝິກ­ອົບ­ຮົມ​ຂອງ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ແລກ­ປ່ຽນ​ເຕັກ​ໂນ​ໂລ​ຊີ ການ​ແບ່ງ­ປັນ​ປະ­ສົບ​ການ ແລະ ການ​ສົ່ງ­ເສີມ​ຄວາມ​ອາດ​ສາ­ມາດ​ໃນ​ບັນ­ດາ​ຜູ້​ຊ່ຽວ­ຊານ​ທີ່​ເຂົ້າ​ຮ່ວມ ຄວາມ​ພະ­ຍາ­ຍາມ​ດັ່ງ­ກ່າວ ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ກາງ ເຊັ່ນ: ໂຄງ­ການ​ເຝິກ­ອົບ­ຮົມ ກອງ​ປະ­ຊຸມ ການ​ຮຽນ​ຮູ້​ທາງ​ເອ​ເລັກ​ໂຕຣ​ນິກ ແລະ ການ​ແລກ­ປ່ຽນ​ປະ­ສົບ​ການ ລະ­ຫວ່າງ​ນັກ​ສຶກ​ສາ ກັບ​ຜູ້​ຊ່ຽວ­ຊານ ແລະ ຍັງ​ມີ​ຫຼັກ­ສູດ​ເຝິກ​ທັກ​ສະ​ດິ​ຈີ​ຕອນ ທີ່​ຈະ​ຊ່ວຍ​ໃນ​ການ​ເຝິກ­ອົບ­ຮົມ​ພະ­ນັກ­ງານ ແລະ ວິ­ສະ­ວະ­ກອນ​ໃນ​ພື້ນ​ທີ່​ຈຳ­ນວນ​ຫຼາຍ ພາຍ​ໃຕ້​ຫົວ­ຂໍ້​ທີ່​ແຕກ​ຕ່າງ​ກັນ ໃນ​ທ່າ​ອ່ຽງ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ຈະ​ມຸ່ງ​ເນັ້ນ​ໄປ​ທີ່​ຫົວ­ຂໍ້​ຕ່າງໆ​ຂອງ ICT ລວມ​ເຖິງ 5G cloud big data AI ແລະ ອື່ນໆ.

ທ່ານ ຫູ ເຫວີຍ​ຫົວ ກ່າວ​ວ່າ: ໂຄງ­ການ​ນີ້ ແມ່ນ​ກິດ­ຈະ­ກຳ CSR ທ້ອງ­ຖິ່ນ​ຂອງ Huawei ທີ່​ມີ​ມາ​ເປັນ​ເວ­ລາ​ຫຼາຍ​ປີ​ແລ້ວ ຫົວ​ເຫວີຍ​ໄດ້​ຊ່ວຍ​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ​ທີ່​ມີ​ພອນ​ສະ­ຫວັນ​ດ້ານ ICT ໃນ​ທ້ອງ­ຖິ່ນ ສົ່ງ­ເສີມ​ການ​ຖ່າຍ​ທອດ​ຄວາມ​ຮູ້ ແລະ ຊຸກ­ຍູ້​ໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ໃນ Digital Laos ມື້­ນີ້ ພວກ​ເຮົາ​ໄດ້​ເຊີນ​ພະ­ນັກ­ງານ ແລະ ນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ຈຳ­ນວນ 20 ຄົນ ເຂົ້າ​ຮ່ວມ​ໂຄງ­ການ ເຊິ່ງ​ຫວັງ​ວ່າ​ຜູ້​ເຂົ້າ​ຮ່ວມ​ທຸກ​ຄົນ​ຈະ​ສາ­ມາດ​ຮວບ​ຮວມ​ຄວາມ​ຮູ້ ແລະ ຮັບ​ຮູ້​ທ່າ​ອ່ຽງ​ຂອງ Digital Laos.

ທ່ານ ສາຍ​ຝົນ ບຸດ​ຈັນ­ທະ​ລາດ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ບໍ­ລິ­ສັດ​ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ ທີ່​ຕັດ­ສິນ​ໃຈ​ເປັນ​ຄູ່​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ແລະ ຫວັງ​ວ່າ ການ​ຮ່ວມ​ມື​ຄັ້ງ​ນີ້ ຈະ​ເປັນ​ດັ່ງ​ເມັດ​ກ້າ​ທີ່​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ອອກ­ດອກ​ອອກ​ຜົນ​ຢ່າງ​ຫຼວງ­ຫຼາຍ ແລະ ມີ​ປະ​ສິດ­ທິ​ຜົນ​ສູງ​ໃນ​ອະ­ນາ­ຄົດ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!