ຄວາມສຳຄັນຂອງສິດທິທາງຊັບສິນທາງປັນຍາ

ຍຸດ​ທະ​ສາດ​ເພື່ອ​ເຈາະ​ຕະ­ຫຼາດ​ໂລກ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນ­ຄ້າ​ໃນ​ຍຸກ​ນີ້​ນັ້ນ ຕ້ອງ​ເອົາ­ໃຈ­ໃສ່​ບາງ​ບັນ­ຫາ​ສຳ­ຄັນ​ຕົ້ນ­ຕໍ ນັ້ນ​ກໍ​ຄື  ເລື່ອງ​ຊັບ​ສິນ​ທາງ ປັນ­ຍາ ດັ່ງ​ບົດ­ຮຽນ​ຂອງ​ຫວຽດ­ນາມ ແລະ ສປ ຈີນ.

ທີ່ ຫວຽດ­ນາມ: ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ ປີ 2019 ຢູ່​ນະ­ຄອນ​ໂຮ່​ຈີ​ມິງ ໄດ້​ມີ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ເພື່ອ​ສົ່ງ­ເສີມ​ການ​ຄ້າ​ໃນ​ຂອບ​ສັນ­ຍາ​ການ​ຄ້າ​ເສລີ​ລະ­ຫວ່າງ​ຫວຽດ­ນາມ ແລະ ເອີ​ຣົບ ໃຫ້​ໄດ້​ປະ­ໂຫຍດ​ສູງ​ສຸດ ໃນ​ກອງ​ປະ­ຊຸມ​ໄດ້​ມີ​ຄຳ​ເຫັນ​ເດັດໆ ຈາກ​ຜູ້​ເຂົ້າ​ຮ່ວມ ເຊິ່ງ​ລ້ວນ​ແຕ່​ເປັນ​ການ​ນຳ​ຂອງ ວົງ​ການ ການ​ຄ້າ ຕົວ­ຢ່າງ ຄຳ​ເຫັນ​ຂອງ​ທ່ານ ຫງຽວນ​ຮວຍ​ນາມ (Nguyen Hoai Nam) ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ຫວຽດ­ນາມ ປະ­ຈຳ​ປະ ເທດ​ຝຣັ່ງ ທີ່​ໃຫ້​ຄຳ​ແນະ­ນຳ​ວ່າ: ເພື່ອ​ໃຫ້​ໄດ້​ຮັບ​ຜົນ ປະ­ໂຫຍດ​ສູງ​ສຸດ​ຈາກ​ສັນ­ຍາ​ຕົກ­ລົງ​ການ​ຄ້າ​ເສລີ​ລະ­ຫວ່າງ ຫວຽດ­ນາມ ແລະ ເອີ​ຣົບ ນັ້ນ ອຸດ­ສາ­ຫະ­ກຳ​ການ​ຜະ­ລິດ​ເພື່ອ​ສົ່ງ​ອອກ​ຂອງ​ຫວຽດ­ນາມ ນອກ­ຈາກ​ຮັບ­ປະ­ກັນ​ເງື່ອນ­ໄຂ​ອັນ​ຈຳ­ເປັນ​ທົ່ວ​ໄປ ເຊັ່ນ: ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ ລະ­ບຽບ​ກ່ຽວ​ກັບ​ທີ່​ມາ​ຂອງ​ສິນ­ຄ້າ ແລະ ການ​ປົກ​ປ້ອງ​ແຮງ​ງານ​ແລ້ວ  ຍັງ​ຕ້ອງ​ເອົາ­ໃຈ­ໃສ່​ບັນ­ຫາ ສິດ­ທິ​ທາງ​ຊັບ​ສິນ​ທາງ​ປັນ­ຍາ ທີ່​ລະ­ບຸ​ໄວ້​ໃນ​ເອ­ກະ­ສານ​ສັນ­ຍາ ນັ້ນ​ກໍ​ຄື ພັນ­ທະ​ຕາມ​ສັນ­ຍາ​ທີ່​ຕ້ອງ​ປະ ຕິ​ບັດ ເຊິ່ງ​ລວມ​ມີ​ເລື່ອງ​ລິ​ຂະ​ສິດ ການ​ປະ­ດິດ ແລະ ການ​ບົ່ງ​ບອກ​ພື້ນ​ທີ່​ທາງ​ພູມ​ສາດ ທ່ານ ນາມ ໄດ້​ເຕືອນ​ບັນ­ດາ​ອຸດ­ສາ­ຫະ­ກຳ​ຂອງ​ຫວຽດ­ນາມ​ວ່າ ເວ­ລາ​ລິ​ເລີ່ມ​ສ້າງ ແລະ ພັດ­ທະ­ນາ​ຍຸດ​ທະ​ສາດ​ກ່ຽວ ກັບ​ຍີ່­ຫໍ້​ຜະ­ລິດ​ຕະ​ພັນ​ນັ້ນ ສິ່ງ​ທີ່​ຕ້ອງ​ຄິດ​ຫາ​ກ່ອນ ອື່ນ​ທັງ​ໝົດ ກໍ​ຄື ເລື່ອງ​ຊັບ​ສິນ​ທາງ​ປັນ­ຍາ ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ຕົວ­ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ຜະ­ລິດ​ຕະ​ພັນ​ນ້ຳ​ປາ​ຍີ່­ຫໍ້​ດັງ “ຟູ​ກວກ” ຂອງ​ຫວຽດ­ນາມ ທີ່​ມີ​ຂາຍ​ຢູ່ ທົ່ວ​ໄປ ໃນ​ເອີ​ຣົບ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ທັງໆ​ທີ່​ເປັນ​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ຢູ່​ເກາະ​ຟູ​ກວກ​ຂອງ​ຫວຽດ­ນາມ​ແທ້ໆ ແຕ່​ປ້າຍ​ທີ່​ຕິດ​ຢູ່​ສິນ­ຄ້າ​ຜັດ​ບອກ ວ່າ ຜະ­ລິດ​ຈາກ​ປະ­ເທດ​ອື່ນໆ ຄຳ​ແນະ­ນຳ​ສຳ­ຄັນ ອີກ​ຈຳ­ນວນ​ໜຶ່ງ​ຈາກ​ທ່ານ​ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ຫວຽດ­ນາມ ປະ­ຈຳ​ປະ­ເທດ​ຝຣັ່ງ ກໍ​ຄື ນັກ­ທຸ­ລະ­ກິດ​ຫວຽດ­ນາມ ຄວາມ​ຈຳ­ກັດ​ຜະ­ລິດ​ຕະ​ພັນ​ທີ່ ມີ​ຜົນ​ກະ­ທົບ​ໂດຍ​ກົງ ແລະ ໂດຍ​ທາງ​ອ້ອມ​ຕໍ່​ສິ່ງ ແວດ​ລ້ອມ ເຊັ່ນ: ຜະ­ລິດ​ຕະ​ພັນ​ທີ່​ຫຸ້ມ​ຫໍ່​ດ້ວຍ​ຢາງ (ປຼັສ​ຕິກ) ຫຼື ທີ່​ບັນ­ຈຸ​ໃນ​ກະ​ປອງ ເພາະ­ວ່າ ລູກ​ຄ້າ ໃນ​ຕະ­ຫຼາດ​ເອີ​ຣົບ​ນັ້ນ​ມີ​ຄວາມ​ເປັນ​ຫ່ວງ​ເລື່ອງ​ສິ່ງ ແວດ​ລ້ອມ​ຫຼາຍ​ທີ່​ສຸດ ຜະ­ລິດ​ຕະ​ພັນ​ທີ່​ໃຊ້​ຢາງ​ຫຸ້ມ​ຫໍ່ ຫຼື ບັນ­ຈຸ​ໃນ​ກະ​ປອງ​ນັ້ນ ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ ເກືອດ​ຫ້າມ​ສູງ ຄຳ​ເຫັນ​ທີ່​ໜ້າ​ສົນ­ໃຈ​ຈາກ​ຜູ້­ນຳ ດ້ານ​ທຸ­ລະ​ກິດ​ອີກ​ຈຳ­ນວນ​ໜຶ່ງ ກໍ​ຄື ຜະ­ລິດ​ຕະ​ພັນ ກະ­ສິ­ກຳ​ຈາກ​ຫວຽດ­ນາມ ທີ່​ສົ່ງ​ອອກ​ໄປ​ເອີ​ຣົບ​ນັ້ນ ຄວນ​ເປັນ​ປະ­ເພດ​ແປ​ຮູບ​ຈະ​ດີ​ກວ່າ ສິນ­ຄ້າ​ສົດໆ ຍ້ອນ​ທີ່​ຕັ້ງ​ທາງ​ພູມ​ສາດ​ຂອງ​ຫວຽດ­ນາມ​ຢູ່​ໄກ ຈາກ​ເອີ​ຣົບ​ຫຼາຍ ເມື່ອ​ສົມ​ທຽບ​ກັບ​ບັນ­ດາ​ປະ­ເທດ ໃນ​ເຂດ​ອາ​ຟຣິ​ກາ​ເໜືອ ຜູ້​ຂຽນ​ເຫັນ​ວ່າ​ຄຳ​ແນະ ນຳ​ດີໆຈາກ​ກອງ​ປະ­ຊຸມ​ນີ້​ຈະ​ເປັນ​ບົດ­ຮຽນ​ໃຫ້​ພວກ​ເຮົາ​ເບິ່ງ​ໄວ້ ເພື່ອ​ສົ່ງ­ເສີມ​ການ​ສົ່ງ​ອອກ​ສິນ­ຄ້າ ໄປ​ຕ່າງ­ປະ­ເທດ​ໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຕ້ອງ ການ​ຂອງ​ຕະ­ຫຼາດ ແລະ ເງື່ອນ­ໄຂ​ທີ່​ຈຳ­ເປັນ​ອື່ນໆ.

ທີ່ ສປ ຈີນ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້ ໃນ​ກາງ​ເດືອນ ກໍ­ລະ­ກົດ 2018 ວ່າ: ສານ​ປະ­ຊາ­ຊົນ​ສູງ​ສຸດ​ຈີນ ໄດ້​ລິ​ເລີ່ມ​ສ້າງ​ບັນ­ດາ​ຫ້ອງ­ການ​ສານ ເພື່ອ​ແກ້​ໄຂ ຄະ­ດີ​ທີ່​ພົວ­ພັນ​ກັບ​ຊັບ​ສິນ​ທາງ​ປັນ­ຍາ ແນ­ໃສ່​ປົກ ປ້ອງ​ເຄື່ອງ­ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ ໂດ່ງ​ດັງ ສານ ຊັບ​ສິນ​ທາງ​ປັນ­ຍາ​ນີ້ ໄດ້​ສ້າງ​ຂຶ້ນ​ຢູ່​ຕາມ​ເຂດ​ແຄ້ວນ​ບ່ອນ​ທີ່​ຮຽກ­ຮ້ອງ​ໃຫ້​ມີ​ການ​ປົກ​ປ້ອງ​ສິ່ງ​ປະ­ດິດ​ສ້າງ   ໃໝ່ໆ​ທີ່​ພວມ​ເຕີບ​ໂຕ ເລີ່ມ​ແຕ່​ຕົ້ນ​ຫາ​ກາງ​ປີ 2017 ສານ​ປະ­ຊາ­ຊົນ​ສູງ​ສຸດ​ຈີນ ໄດ້​ຕົກ­ລົງ​ເປີດ​ບໍ ລິ​ການ​ຫ້ອງ­ການ​ສານ​ຊັບ​ສິນ​ທາງ​ປັນ­ຍາ​ຢູ່​ໃນ 16 ຕົວ​ເມືອງ​ໃຫຍ່ໆ​ຂອງ​ຈີນ ໃນ​ນັ້ນ ລວມ​ມີ​ນະ­ຄອນ ນານ​ຈິງ ຮາງ​ຈູ ວູ​ຫານ ແລະ ຊູ​ຈູ.

error: Content is protected !!