ໄຈກາ ຮ່ວມກັບນ້ຳປະປາແຂວງຄຳມ່ວນ ຈັດກິດຈະກຳສະຫຼອງວັນລ້າງມືໂລກ

    ອົງການໄຈກາ ຮ່ວມມືກັບລັດວິສາຫະກິດນ້ຳປະປາແຂວງຄຳມ່ວນ ເຊິ່ງເປັນໜຶ່ງໃນລັດວິສາຫະກິດນໍ້າປະປາແຂວງຕົວແບບຂອງໂຄງການ MaWaSU2 ຈັດກິດຈະກໍາຫ້ອງຮຽນນໍ້າປະປາ ເພື່ອສະເຫຼີມສະຫຼອງວັນລ້າງມືໂລກ ຂຶ້ນວັນທີ 15 ຕຸລາ 2020 ຢູ່ໂຮງຮຽນສາມັນມິດຕະພາບແຂວງຄໍາມ່ວນ-ກວາງບິ່ງ ແຂວງຄໍາມ່ວນ.

    ອົງການໄຈກາ ໄດ້ປະກອບສ່ວນປ້ອງກັນພະຍາດຕິດຕໍ່ ສົ່ງເສີມ ແລະ ຍົກລະດັບດ້ານສຸຂະພາບຂອງປະຊາຊົນ ໂດຍນຳໃຊ້ອຸປະກອນສໍາລັບລ້າງມື ແລະ ກິດຈະກໍາການປູກຈິດສຳນຶກດ້ານສຸຂະອະນາໄມເຂົ້າໃນໂຄງການຕ່າງໆຂອງອົງການໄຈກາ ໃນປະເທດທີ່ກຳລັງພັດທະນາ ພາຍໃຕ້ຄຳຂວັນ “ລ້າງມືເພື່ອສຸຂະພາບ ແລະ ຊີວິດ” ປົກກະຕິຫ້ອງຮຽນນ້ຳປະປາ ຈັດຂຶ້ນໂດຍລັດວິສາຫະກິດນ້ຳປະປາທົ່ວປະເທດໃນທຸກປີ ເພື່ອອະທິບາຍ ໃຫ້ຄວາມຮູ້ພື້ນຖານກ່ຽວກັບນໍ້າ ການຜະລິດ ແລະ ການສະໜອງນ້ຳປະປາໃຫ້ຄົວເຮືອນ ເພື່ອໃຫ້ນັກຮຽນເຂົ້າໃຈກ່ຽວກັບຄວາມສຳຄັນຂອງນ້ຳ ແລະ ນ້ຳປະປາ ກິດຈະກໍາຫ້ອງຮຽນນໍ້າປະປາ ແລະ ການລ້າງມືດ້ວຍນໍ້າປະປາທີ່ອົງການໄຈກາໃຫ້ການຮ່ວມມືຄັ້ງນີ້ ແມ່ນກິດຈະກໍາເພີ່ມເຕີມ ເຊິ່ງນັກຮຽນຈະໄດ້ຮຽນຮູ້ພື້ນຖານວິທີການລ້າງມືດ້ວຍສະບູທີ່ຖືກຕ້ອງ ເພື່ອປ້ອງກັນເຊື້ອພະຍາດ ນອກນີ້ ອົງການໄຈກາຍັງໄດ້ກະກຽມແຜ່ນພັບ ແລະ ໂປສເຕີຕົວຢ່າງການລ້າງມືໃຫ້ນັກຮຽນ ແລະ ໂຮງຮຽນ ເພື່ອສົ່ງເສີມການລ້າງມືໃນທຸກມື້.

# ພາບ & ຂ່າວ: ສະບາໄພ

error: Content is protected !!