ຫຼວງພະບາງ ຜະລິດເຂົ້າກຸ້ມກິນດ້ວຍຕົນເອງພຽງແຕ່ 9 ເດືອນ

    ທ່ານ ສີວອນ ວົງຄໍາຈັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງພະບາງ ໃຫ້ສຳພາດບໍ່ດົນມານີ້ວ່າ: ປັດຈຸບັນ ແຂວງຫຼວງພະບາງຍັງບໍ່ສາມາດຜະລິດເຂົ້າກຸ້ມກິນໝົດປີໄດ້ ສະເລ່ຍເຂົ້າທີ່ຜະລິດໄດ້ໃສ່ຫົວຄົນພາຍໃນແຂວງໄດ້ຜູ້ລະ 200 ກ່ວາກິໂລກຣາມເຂົ້າເປືອກຕໍ່ຄົນຕໍ່ປີ ເຮັດໃຫ້ເຂົ້າທີ່ຜະລິດໄດ້ເອງກຸ້ມກິນພຽງແຕ່ 9 ເດືອນໃນແຕ່ລະປີ ຈິ່ງຈໍາເປັນຕ້ອງນໍາເອົາເຂົ້າຈາກບັນດາແຂວງໃກ້ຄຽງເຂົ້າມາເພື່ອໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

    ສາເຫດທີ່ເຮັດໃຫ້ບໍ່ສາມາດຜະລິດເຂົ້າກຸ້ມກິນ ຍ້ອນວ່າຫຼວງພະບາງເປັນແຂວງພູດອຍທີ່ມີເນື້ອທີ່ທໍາການຜະລິດເຂົ້າບໍ່ຫຼາຍ ແລະ ປະສົບກັບໄພພິບັດທາງທໍາມະຊາດ ລວມເຖິງສັດຕູພືດທໍາລາຍໃນແຕ່ລະປີ ແລະ ເປັນແຂວງທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວເປັນຈໍານວນຫຼາຍ ເຮັດໃຫ້ຄວາມຕ້ອງການໃນການບໍລິໂພກເຂົ້າ ກໍຄືສະບຽງອາຫານດ້ານອື່ນໆຕ່າງເພີ່ມຂຶ້ນ ນອກ ຈາກເຂົ້າແລ້ວ ໝາກໄມ້ຫຼາຍຊະນິດຍັງໄດ້ນຳເຂົ້າຈາກທັງພາຍໃນ ແລະ ຕ່າງປະເທດເຊັ່ນດຽວກັນ ເນື່ອງຈາກພາຍໃນແຂວງບໍ່ສາມາດປູກໄດ້ ສ່ວນການຜະລິດຊີ້ນ ປາ ໄຂ່ ພືດຜັກ ແລະ ອື່ນໆ ແມ່ນສາມາດຄໍ້າປະກັນໄດ້ກັບຄວາມຕ້ອງການບໍລິໂພກພາຍໃນແຂວງ.

# ພາບ & ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!