ໄຂຕະຫຼາດນັດສົ່ງເສີມສິນຄ້າກະສິກໍາອິນຊີ ODOP ແລະ ສິນຄ້າຄອບຄົວຕົວແບບ

    ພິທີໄຂຕະຫຼາດນັດ ລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020 ຈັດຂຶ້ນວັນ 18 ຕຸລາ 2020 ຢູ່ຕະຫຼາດລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ໄຂຕະຫຼາດນັດສົ່ງເສີມສິນຄ້າກະສິກໍາອິນຊີ ODOP ແລະ ສິນຄ້າຄອບຄົວຕົວແບບ

    ຕະຫຼາດນັດດັ່ງກ່າວ ຈະດໍາເນີນແຕ່ວັນ 18-22 ຕຸລາ 2020 ໂດຍມີຈຸດປະສົງເພື່ອຊຸກຍູ້-ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ແລະ ຄອບຄົວຕົວແບບດ້ານກະສິກໍາ ຫັດຖະກໍາ ແລະ ການບໍລິ ການພາຍໃນເມືອງສີໂຄດຕະບອງ ກໍຄືຢູ່ ນວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ ທັງເປັນການຂະຫຍາຍຕະຫຼາດພາຍໃນເມືອງໃຫ້ມີຄວາມເຂັ້ມແຂງ ສາມາດສົ່ງອອກຕ່າງແຂວງ ແລະ ຕ່າງປະເທດ ເພື່ອເປີດກວ້າງດ້ານການຄ້າ ການບໍລິການ ແລະ ການທ່ອງທ່ຽວຂອງເມືອງໃຫ້ຂະຫຍາຍຕົວ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ ທັງເປັນການໂຄສະນາແລກປ່ຽນບົດຮຽນ ແລະ ຈັບຄູ່ຮ່ວມທຸລະກິດລະຫວ່າງຫົວໜ່ວຍທຸລະກິດການຜະລິດກະສິກໍາສິນຄ້າ ODOP ແລະ ຄອບຄົວຕົບແບບ ເຮັດໃຫ້ຜະລິດຕະພັນສິນຄ້າເປັນທີ່ຍອມຮັບຂອງສັງຄົມ ຊຸກຍູ້-ສົ່ງເສີມຫົວໜ່ວຍທຸລະກິດ ຄອບຄົວຕົວແບບກະສິກໍາອິນຊີ ໃຫ້ມີການພັດທະນາສິນຄ້າຂອງຕົນໄດ້ຮັບກາໝາຍສິນຄ້າ ODOP ແຫ່ງຊາດຫຼາຍຂຶ້ນ.

    ບັນດາທ່ານທີ່ສົນໃຈ ສາມາດໄປເລືອກຊົມ ແລະ ຊື້ສິນຄ້າໄດ້ ເຊິ່ງງານຄັ້ງນີ້ມີ 83 ພາກສ່ວນ 120 ຫົວໜ່ວຍ ໃນນີ້ຜັກກະສິກໍາອິນຊີ 11 ກຸ່ມ 33 ຫົວໜ່ວຍ ກະສິກໍາສະອາດ 2 ກຸ່ມ 2 ຫົວໜ່ວຍ ສິນຄ້າ ODOP 23 ຫົວໜ່ວຍ ສິນຄ້າຄອບຄົວຕົວແບບ 17 ຫົວໜ່ວຍ ປຸງແຕ່ງອາຫານ ແລະ ເຄື່ອງດື່ມ ນວ 8 ຫົວໜ່ວຍ ຜະລິດເບ້ຍໄມ້ 7 ຫົວໜ່ວຍ ວິສາຫະກິດສ່ວນບຸກຄົນ 10 ຫົວໜ່ວຍ ແລະ ສິນຄ້າປະເພດອື່ນໆ 18 ຫົວໜ່ວຍ ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍ.

# ພາບ & ຂ່າວ: ສະບາໄພ

error: Content is protected !!