ນະຄອນຫຼວງຫາລືຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII

    ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VI ສະໄໝວິສາມັນຄັ້ງທີ 24 ຈັດຂຶ້ນວັນທີ 19 ຕຸລາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ ເພື່ອກະກຽມເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ເປັນຕົ້ນ ພິຈາລະນາຮັບຮອງຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງນະຄອນຫຼວງວຽງຈັນ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການກຽມຄວາມພ້ອມຂອງອະນຸກໍາມະການຂະບວນການສະຖານທີ່ ປະດັບປະດາ ແລະ ພິທີການ ນອກນັ້ນ ຍັງໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບບຸຄະລາກອນທີ່ລົງສະໝັກເລືອກຕັ້ງໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນຕື່ມອີກ.

ນະຄອນຫຼວງຫາລືຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII
ນະຄອນຫຼວງຫາລືຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII

# ພາບ & ຂ່າວ: ຂັນທະວີ

error: Content is protected !!