ວັນທີ 16 ຕຸລາ 2020 ອົງການອຸຍນີເຊັບປະຈໍາລາວ ໄດ້ມອບອຸປະກອນດ້ານການແພດມູນຄ່າ 1.163.860 ໂດລາສະຫະລັດ ປະມານ 10,7 ຕື້ກີບ ໃຫ້ແກ່ກະຊວງສາທາລະນະສຸກ ໂດຍກ່າວມອບຂອງທ່ານນາງ Pia Rebello Britto ຜູ້ຕາງໜ້າອົງການຢູນີເຊັບປະຈໍາລາວ ແລະ ກ່າວຮັບຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ອຸປະກອນການແພດທີ່ມອບຄັ້ງນີ້ ແມ່ນຈັດຊື້ດ້ວຍທຶນການຊ່ວຍເຫຼືອຈາກສະຫະພາບເອີຣົບ ລັດຖະບານອຽກລັງ ແລະ ລັດຖະບານຍີ່ປຸ່ນ ປະກອບດ້ວຍອຸປະກອນປ້ອງກັນສ່ວນບຸກຄົນ (PPE) ເຊັ່ນ: ຜ້າອັດປາກ ໜ້າກາກແຜ່ນໃສ ຖົງມື ແລະ ແວ່ນຕາປ້ອງກັນ ນອກນີ້ຍັງມີອຸປະກອນການປິ່ນປົວດ້ວຍອົກຊີແຊນເຊັ່ນ: ເຄື່ອງດູດອົກຊີແຊນ ເຄື່ອງຊ່ວຍຫາຍໃຈ ເຄື່ອງວິເຄາະອົກຊີແຊນ ເຄື່ອງວັດແທກລະດັບອົກຊີແຊນໃນເລືອດ ແລະ ທໍ່ໃສ່ດັງ ສໍາລັບຜູ້ໃຫຍ່ ແລະ ເດັກນ້ອຍ.

# ພາບ & ຂ່າວ: ຂັນທະວີ