ກະທຳຜິດຍ້ອນເມົາ ກົດໝາຍບໍ່ຍົກເວັ້ນ

ທຸກ​ຄົນ​ອາດ​ຈະ​ເຄີຍ​ເຂົ້າ​ຮ່ວມ ເຄີຍ​ເຫັນ ຫຼື ເຄີຍ​ໄດ້​ສຳ­ຜັດ​ກັບ​ເຫດ­ການ​ຕົວ​ຈິງ​ຢູ່​ໃນ​ວົງ​ສຸ­ລາ​ບາ​ຢອງ ງານ​ຊຶ່ງ​ເຕັມ​ໄປ​ດ້ວຍ​ບັນ​ກາດ​ທີ່​ດີ ແລະ ບໍ່​ດີ ເປັນ​ມິດ ແລະ ບໍ່​ເປັນ​ມິດ ຫຼື ເປັນ ທັງ​ງານ​ເຮັດ​ໃຫ້​ມິດ​ກາຍ­ເປັນ​ສັດ­ຕູ ແລະ ເຮັດ​ໃຫ້​ສັດ­ຕູ​ກາຍ­ເປັນ​ມິດ ທັງ​ໝົດ​ນັ້ນ​ແມ່ນ​ຂຶ້ນ​ກັບ​ບຸກ​ຄະ​ລິກ​ກະ​ພາບ​ຂອງ​ຜູ້​ຮ່ວມ​ວົງ​ດື່ມ​ສຸ­ລາ ໂດຍ​ສະ­ເພາະ ໃນ​ການ​ເວົ້າ​ຈາ​ພາ​ທີ ມີ​ອັນ​ກໍ​ເຂົ້າ​ຫູ​ຊ້າຍ​ອອກ​ຫູ​ຂວາ ມີ​ອັນ​ກໍ​ຖືກ ມີ​ອັນ​ກໍ​ຜິດ ຖ້າ​ບໍ່​ມີ​ບັ້ງ​ອົດ ບັ້ງ​ທົນ​ກໍ​ນຳ­ໄປ​ສູ່ ຄວາມ­ເຈັບ​ປວດ ມີ​ອັນ​ແຕກ​ແຍກ ມີ​ອັນ ເສຍ​ຫາຍ​ຕາມ​ມາ ແຕ່​ທີ່​ໜ້າ​ເສົ້າ​ໃຈ​ແມ່ນ ງານ​ບາງ​ງານ​ກາຍ­ເປັນ​ສະ­ຖານ­ທີ່​ສ້າງ​ວີ­ລະ ກຳ​ທີ່​ບໍ່​ໜ້າ​ຍົກ­ຍ້ອງ​ຂອງ​ບາງ​ບຸກ­ຄົນ ເປັນ­ຕົ້ນ ເກີດ​ມີ​ການ​ທຳ­ຮ້າຍ​ຮ່າງ­ກາຍ​ເຊິ່ງ​ກັນ ແລະ ກັນ ມີ​ການ​ຄາ­ຕະ­ກຳ ມີ​ການ​ລ່ວງ​ລະ­ເມີດ ທາງ​ເພດ ແລະ ປາ­ກົດ­ການ​ຫຍໍ້­ທໍ້​ອື່ນໆ​ຕາມ​ມາ.

ການ​ເມົາ​ເຫຼົ້າ ຫຼື ເມົາ​ຢາ​ເສບ​ຕິດ​ດ້ວຍ ຄວາມ​ສະ­ໝັກ​ໃຈ ບໍ່​ພຽງ​ແຕ່​ຈະ​ເປັນ​ເລື່ອງ ທີ່​ຜິດ​ຕໍ່​ສິນ​ທຳ​ເທົ່າ​ນັ້ນ ແຕ່​ກົດ­ໝາຍ​ຍັງ​ໄດ້ ກຳ­ນົດ​ໄວ້​ເປັນ­ຄວາມ​ຜິດ​ອີກ​ດ້ວຍ ອັນ​ໄດ້­ແກ່ ຢາ​ເສບ​ຕິດ​ທີ່​ເສບ​ເຂົ້າ​ໄປ​ແລ້ວ​ຈະ​ກໍ່​ອັນ​ຕະ ລາຍ​ຕໍ່​ຊີ­ວິດ ຮ່າງ­ກາຍ ກຽດ​ຊື່​ສຽງ ຊັບສິນ​ຂອງ​ບຸກ­ຄົນ​ອື່ນ ແລະ ນຳ​ມາ​ຊຶ່ງ​ຄວາມ ສູນ​ເສຍ ແລະ ມີ​ຜົນ​ສະ­ທ້ອນ​ອັນ​ໃຫຍ່​ຫຼວງ​ຕໍ່ ສັງ­ຄົມ​ໂດຍ​ກົງ ຖ້າ​ຫາກ​ການ​ມືນ​ເມົາ​ນັ້ນ ເປັນ​ເຫດ​ໃຫ້​ຜູ້​ນັ້ນ​ຄວບ​ຄຸມ​ສະ­ຕິ ຫຼື ບັນ­ຊາ ການ​ກະ­ທຳ​ຂອງ​ຕົນ​ເອງ​ບໍ່​ໄດ້ ແລະ ໄດ້​ສ້າງ ຄວາມ​ວຸ້ນ­ວາຍ ຫຼື ໄດ້​ມີ​ການ​ກະ­ທຳ​ທີ່​ຝ່າ ຝືນ​ກົດ­ໝາຍ ກໍ​ຈະ​ເປັນ​ສາ­ເຫດ​ທີ່​ພາ­ໃຫ້​ມີ ການ​ເພີ່ມ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ​ໜັກ​ຂຶ້ນ.

ຄວາມ​ໝາຍ​ຂອງ​ການ​ມືນ​ເມົາ​ດ້ວຍ​ຄວາມ ສະ­ໝັກ​ໃຈ ໝາຍ​ເຖິງ​ສານ​ທີ່​ມີ​ລິດ​ຕໍ່​ຈິດ​ປະ­ສາດ ກໍ່­ໃຫ້­ເກີດ​ຜົນ​ກະ­ທົບ​ຕໍ່​ຈິດ­ໃຈ ລວມ​ທັງ ສິ່ງ​ທີ່​ມີ​ລັກ­ສະ­ນະ​ໃນ​ການ​ລະ­ງັບ​ປະ­ສາດ ດ້ວຍ​ການ​ເສບ ດ້ວຍ​ວິ­ທີ​ໃດ​ກໍ​ຕາມ ບໍ່​ວ່າ​ຈະ ເປັນ​ການ​ນຳ​ເຂົ້າ​ທາງ​ປາກ ທາງ​ຮູ­ດັງ ຫຼື ທາງ​ອະ​ໄວ​ຍະ​ວະ​ອື່ນ ເຊັ່ນ: ສີດ​ເຂົ້າ​ໃນ​ຮ່າງ ກາຍ ເຮັດ​ໃຫ້​ເກີດ​ອາ­ການ​ມືນ​ເມົາ ເຖິງ​ຂັ້ນ​ທີ່​ເຮັດ​ໃຫ້​ບຸກ­ຄົນ​ນັ້ນ​ຂາດ​ສະ­ຕິ​ສຳ­ນຶກ​ຈົນ​ບໍ່​ສາ­ມາດ​ບັນ­ຊາ​ການ​ກະ­ທຳ​ຂອງ​ຕົນ​ເອງ​ໄດ້  ແລ້ວ­ໄປ​ກະ­ທຳ​ຜິດ​ທາງ​ອາ­ຍາ ຊຶ່ງ​ປະ­ມວນ ກົດ­ໝາຍ​ອາ­ຍາ​ບໍ່​ໃຫ້​ຖື​ເອົາ​ເຫດ​ຂອງ​ຄວາມ​ມືນ​ເມົາ​ດ້ວຍ​ຄວາມ​ສະ­ໝັກ​ໃຈ​ເປັນ​ຂໍ້​ອ້າງ ແກ້​ຕົວ ເພື່ອ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ຮັບ​ຜິດ ຊອບ​ຄວາມ​ເສຍ​ຫາຍ​ທີ່​ຕົນ​ໄດ້​ກໍ່​ຂຶ້ນ.

ເຫດ­ຜົນ​ທີ່​ປະ­ມວນ​ກົດ­ໝາຍ​ອາ­ຍາ ບໍ່​ຍອມ ຍົກ​ເອົາ​ສາ­ເຫດ​ຂອງ​ຄວາມ​ມືນ​ເມົາ​ດ້ວຍ ຄວາມ​ສະ­ໝັກ​ໃຈ​ມາ​ເປັນ​ຂໍ້​ແກ້​ຕົວ​ນັ້ນ ເພາະ ສິ່ງ​ມືນ​ເມົາ​ເປັນ​ສາ­ເຫດ​ອັນ​ສຳ­ຄັນ ທີ່​ກໍ່​ໃຫ້ ເກີດ​ຄວາມ​ເສຍ​ຫາຍ​ໂດຍ​ກົງ​ຕໍ່​ຊີ­ວິດ ຮ່າງ ກາຍ ແລະ ຊັບ​ສິນ ບາງ​ຄັ້ງ​ເຖິງ​ຂັ້ນ​ກໍ່​ອາ ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ ຖ້າ​ຫາກ​ປະ­ມວນ​ກົດ ໝາຍ​ຍອມ​ໃຫ້​ຍົກ­ເວັ້ນ​ເອົາ​ຄວາມ​ມືນ​ເມົາ ດ້ວຍ​ຄວາມ​ສະ­ໝັກ​ໃຈ ມາ​ເປັນ​ຂໍ້​ແກ້​ຕົວ​ໃຫ້​ພົ້ນ​ຈາກ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ ແລະ ການ​ລົງ­ໂທດ ຊຶ່ງ​ຈະ​ກາຍ­ເປັນ​ການ​ສະ­ໜັບ­ສະ­ໜູນ ຫຼື ສົ່ງ­ເສີມ​ໃຫ້​ມີ​ການ​ກະ­ທຳ​ຜິດ​ຈາກ​ສາ­ເຫດ​ດັ່ງ­ກ່າວ​ນີ້​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ຜົນ​ປະ­ໂຫຍດ​ທາງ​ສ່ວນ​ຕົວ​ຂອງ​ຜູ້​ກະ­ທຳ​ຜິດ ໃນ​ແງ່​ໜຶ່ງ​ການ​ທີ່​ກົດ­ໝາຍ​ບໍ່​ຍອມ ໃຫ້​ຍົກ​ເອົາ​ເຫດ­ການ​ຂອງ​ການ​ມືນ​ເມົາ​ມາ​ເປັນ​ຂໍ້​ແກ້​ຕົວ ກໍ​ເທົ່າ​ວ່າ​ເປັນ​ການ​ປາບ​ປາມ ແລະ ສະ­ກັດ​ກັ້ນ​ສັນ­ດານ​ຜູ້​ທີ່​ມີ​ນິ­ໄສ​ມັກ​ມືນ ເມົາ​ໃຫ້​ມີ​ສະ­ຕິ​ລະ­ວັງ​ຕົວ ບໍ່​ໃຫ້​ຕົນ​ມືນ​ເມົາ ຈົນ​ເຖິງ​ຂັ້ນ​ຄວບ​ຄຸມ​ສະ­ຕິ​ຂອງ​ຕົນ​ເອງ​ບໍ່​ໄດ້ ເພາະ​ຖ້າ​ເກີດ​ຄວາມ​ມືນ​ເມົາ​ແລ້ວ​ກະ­ທຳ ຄວາມ​ຜິດ ກໍ​ບໍ່​ສາ­ມາດ​ທີ່​ຈະ​ຍົກ​ເອົາ​ເປັນ​ຂໍ້ ແກ້​ຕົວ​ໄດ້ ສັງ​ລວມ​ແລ້ວ ຖ້າ​ບຸກ­ຄົນ​ໃດ ຫາກ​ໄດ້​ກະ­ທຳ​ຜິດ​ໃນ​ເວ­ລາ​ມືນ​ເມົາ ຈະ​ພາ ໃຫ້​ມີ​ການ​ເພີ່ມ​ຄວາມ​ຮັບ­ຜິດ­ຊອບ​ທາງ​ອາ­ຍາ ໂດຍ​ບໍ່​ຕ້ອງ​ສົງ­ໄສ.

ໂດຍ: ໄມ້​ງັດ

error: Content is protected !!