ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນທີ່ແຂວງວຽງຈັນ

    ຍີ່ປຸ່ນໄດ້ມອບໂຮງຮຽນມັດທະຍົມຕອນຕົ້ນທີ່ແຂວງວຽງຈັນ ໂດຍການຊ່ວຍເຫຼືອລ້າຂອງຍີ່ປຸ່ນ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ (GGP). 

    ພິທີມອບ-ຮັບໄດ້ ຈັດຂຶ້ນໃນວັນທີ 16 ຕຸລາ 2020 ທີ່ເມືອງໂພນໂຮງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນມີ ອິນທະວັນ ຮອງເຈົ້າເມືອງໂພນໂຮງ ທ່ານ ຮິໂລເຊະ ຮີຊາຢະ ອຸປະທູດປະຈໍາຍີ່ປຸ່ນປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

    ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນການຂະຫຍາຍ ແລະ ກໍ່ສ້າງອາຄານຮຽນ ທີ່ໂຮງຮຽນມັດທະຍົມຕອນຕົ້ນແສນສະອາດ ເມືອງໂພນໂຮງ ເຊິ່ງມີມູນຄ່າປະມານ 92,752 ໂດລາສະຫະລັດ.​ເມື່ອກ່ອນ ອາຄານຮຽນຫຼັງເກົ່າແມ່ນມີຄວາມຊຸດໂຊມ ແລະ ຈໍານວນນັກຮຽນຕໍ່ 1 ຫ້ອງຮຽນກໍມີຄວາມໜາແໜ້ນ. ສະນັ້ນ ໂຄງການດັ່ງກ່າວນີ້ແມ່ນແນໃສ່ໃນການປັບປຸງສະພາບແວດລ້ອມການສຶກສາດັ່ງກ່າວໂດຍການກໍ່ສ້າງອາຄານ​ທ່ານ ຮິໂລະເຊະ ກ່າວໄວ້ວ່າ: “ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາເຂົ້າຮ່ວມເປັນສັກຂີພິຍານໃນຜົນຂອງສໍາເລັດໂຄງການໃນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ. ຍີ່ປຸ່ນຢາກຈະສືບຕໍ່ສະໜັບສະໜຸນຄວາມພະຍາຍາມຂອງລັດຖະບານລາວ ໃນການປັບປຸງຂະແໜງການສຶກສາຢູ່ຂົງເຂດຫ່າງໄກ”.

error: Content is protected !!