ຮັກນະຄອນຫຼວງວຽງຈັນ ຕ້ອງຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ

    ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ໄດ້ຈັດພິທີເປີດໂຄງການວຽງຈັນສະອາດ ຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກຮັກສາສິ່ງແວດລ້ອມ ຮັກນະຄອນຫຼວງວຽງຈັນ ພ້ອມກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ຂຶ້ນວັນທີ 17 ຕຸລາ 2020 ທີ່ສະໂມສອນເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ປອ ແອງພອນ ແພງສຸວັນ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ທ່ານ ນາງ ເຂັມມະນີ ພົລເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ແອງພອນ ແພງສຸວັນໄດ້ກ່າວວ່າ: ໂຄງການວຽງຈັນສະອາດ ຈັດຕັ້ງປະຕິບັດຂຶ້ນເພື່ອຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ຜັນຂະຫຍາຍມາຈາກມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ສະບັບເລກທີ 03/ອປຄ.ນວ ລົງວັນທີ 25 ກັນຍາ 2015 ທັງເປັນການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງ ນວ ໂດຍສະເພາະແມ່ນ ສ ສະອາດ ພ້ອມດຽວກັນນັ້ນ ເປັນການຈັດຕັ້ງຜັນຂະຫຍາຍຍຸດທະສາດສິ່ງແວດລ້ອມຂຽວສະອາດງາມຕາ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍອີງໃສ່ທິດຊີ້ນຳຂອງຂັ້ນເທິງ ພະແນກ ພຊສ ນວ ຈິ່ງໄດ້ຊີ້ນຳນຳພາຂະແໜງສິ່ງແວດລ້ອມ ສ້າງແຜນງານໂຄງການວຽງຈັນສະອາດ ຊ່ວຍຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ ເຊິ່ງການຈັດຕັ້ງປະຕິບັດໂຄງການນີ້ ໃນໄລຍະທຳອິດປີ 2021 ມີ 7 ສູນການຄ້າ ແລະ 2 ຕະຫຼາດເຂົ້າຮ່ວມຄື: ສູນການຄ້າບາຊາບີ ສູນການຄ້າພາກຊັນ ສູນການຄ້າໄອເຕັກມໍ ສູນການຄ້າວິວມໍ ຮ້ານຊຸບເບີມາເກັດເຈມາດ ໂຊກທະວີ ແລະ ມາໂກໂຕະ ນອກຈາກນັ້ນ ຍັງມີຕະຫຼາດໜອງຈັນ ແລະ ຕະຫຼາດໂພນສະຫວ່າງ.

    ການຈັດຕັ້ງປະຕິບັດໂຄງການໃນໄລຍະທຳອິດນີ້ ແມ່ນນັບຈາກນີ້ເປັນຕົ້ນໄປ ຄະນະຮັບຜິດຊອບໂຄງການຈະລົງໂຄສະນາເຄື່ອນທີ່ ແລະ ໂຄສະນາຜ່ານສື່ມວນຊົນຕ່າງໆເປັນເວລາ 3 ເດືອນ ເພື່ອສະ ໜອງຂໍ້ມູນໃຫ້ພໍ່ແມ່ປະຊາຊົນ ແລະ ທົ່ວສັງຄົມເຂົ້າໃຈແຈ້ງຕໍ່ການຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ຫຼັງຈາກນັ້ນ ບັນດາຫ້າງຮ້ານ ສູນການຄ້າ ແລະ ຕະຫຼາດເຂົ້າຮ່ວມໂຄງການຈະເລີ່ມຈັດຕັ້ງການຢຸດແຈກຖົງຢາງປລາສຕິກໃຫ້ລູກຄ້າໃນທຸກໆວັນພຸດ ນັບແຕ່ເດືອນມັງກອນ 2021ເປັນຕົ້ນໄປ ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການ ຈະຕ້ອງນຳຖົງຜ້າ ຖົງເຈ້ຍ ແລະ ຖົງທີ່ເຮັດດ້ວຍວັດສະດຸທີ່ຍ່ອຍສະຫຼາຍໄດ້ງ່າຍ ໄວ້ບໍລິການລູກຄ້າ.

    ສຳລັບລູກຄ້າທ່ານໃດທີ່ມາຊື້ສິນຄ້າຢູ່ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການໃນຈຳນວນ 9 ຫົວໜ່ວຍນັ້ນ ຖ້າຕ້ອງການນຳໃຊ້ຖົງຢາງປລາສຕິກ ແມ່ນຈະຕ້ອງໄດ້ຊື້ນຳທາງຮ້ານ ເພາະໃນທຸກໆວັນພຸດ ຮ້ານຄ້າແມ່ນຈະຢຸດແຈກຖົງຢາງປລາສຕິກເຊິ່ງກົນໄກໃນຮູບແບບນີ້ ຖືກຈັດຕັ້ງປະຕິບັດຢູ່ໃນຫຼາຍປະເທດໃນໂລກ ລວມທັງ ສປ ຈີນ ແລະ ສສ ຫວຽດນາມ ສະນັ້ນເຖິງເວລາແລ້ວ ທີ່ ສປປ ລາວເຮົາ ເວົ້າລວມແມ່ນນະຄອນຫຼວງວຽງຈັນ ໃນຖານະເປັນເມືອງເອກຂອງປະເທດ ພວກເຮົາຈະຕ້ອງໄດ້ຊ່ວຍກັນເປັນເຈົ້າການຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ເພື່ອແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສ້າງສະພາບແວດລ້ອມທີ່ດີໃຫ້ລູກຫຼານພວກເຮົາໃນອະນາຄົດ ສ້າງ ນວ ໃຫ້ມີຄວາມຈົບງາມໄປຕາມທິດສີຂຽວ ຍືນຍົງ ແລະ ເປັນເມືອງທີ່ໜ້າຢູ່ອັດສະລິຍະ.

    ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງຮ້ານ ແລະ ສູນການຄ້າ ຕະຫຼາດ ແລະ ມວນຊົນໃນທົ່ວ ນວ ຈົ່ງໄດ້ປະກອບສ່ວນຊ່ວຍກັນຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ ໂດຍໃຫ້ຫັນມານຳໃຊ້ກະຕ່າ ຖົງຜ້າ ຖົງເຈ້ຍ ຫຼື ຖົງປະເພດອື່ນໆທີ່ເຮັດດ້ວຍວັດຖຸຍ່ອຍສະຫຼາຍງ່າຍ ເພື່ອຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກໃຫ້ເປັນຮູບປະທຳ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!