ບໍ່ໃຫ້ແຕກຕື່ນຈົນເກີນເຫດ ສາມາດບໍລິໂພກຊີ້ນໝູໄດ້ຢ່າງປອດໄພ

    ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 16 ຕຸລາ 2020 ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງດັ່ງກ່າວວ່າ: ປະເທດເຮົາໄດ້ພົບພະຍາດອະຫິວາໝູອາຟຣິກາໃນວັນທີ 17 ພຶດສະພາ 2019 ແລະ ມາຮອດເດືອນພະຈິກ 2019 ພະຍາດໄດ້ແຜ່ອອກໄປສູ່ 170 ບ້ານ ຢູ່ 57 ເມືອງ ຂອງ 18 ແຂວງໃນຂອບເຂດທົ່ວປະເທດ ເຊິ່ງເປັນຮອບທໍາອິດ ມີໝູຕິດເຊື້ອຕາຍເຖິງ 16.576 ໂຕ ແລະ ໄດ້ຂ້າທຳລາຍໝູ 4.689 ໂຕ ສໍາລັບປີ 2020 ພະຍາດດັ່ງກ່າວໄດ້ເກີດຂຶ້ນເປັນຮອບທີ 2 ຕັ້ງແຕ່ເດືອນມີຖຸນາ ຫາເດືອນຕຸລາ ໄດ້ລະບາດຢູ່ 43 ບ້ານ ໃນ 15 ເມືອງ ຂອງ 7 ແຂວງໃນທົ່ວປະເທດ (ໄຊຍະບູລີ ອຸດົມໄຊ ຫົວພັນ ບໍ່ແກ້ວ ຜົ້ງສາລີ ຫຼວງນໍ້າທາ ຫຼວງພະບາງ) ການລະບາດໄດ້ມີໝູຕາຍ 2.198 ໂຕ ແລະ ໄດ້ຂ້າທຳລາຍໝູ 2.147 ໂຕ ທັງໝົດເປັນການແຜ່ລະບາດໃນລະບົບການລ້ຽງໝູແບບຄອບຄົວຂອງຊາວກະສິກອນຜູ້ລ້ຽງໝູຂະໜາດນ້ອຍທີ່ມີການລ້ຽງແບບທໍາມະຊາດ ແລະ ລະບົບຄວາມປອດໄພທາງດ້ານຊີວະພາບຕໍ່າ ແລະ ການໃຫ້ອາຫານກໍຍັງເອົາອາຫານເສດເຫຼືອຈາກຄົວເຮືອນທີ່ບໍ່ໄດ້ປຸງແຕ່ງເກືອໝູ ຍິ່ງໄປກ່ວານັ້ນການຊື້ໝູມາລ້ຽງໃໝ່ ແມ່ນມາຈາກແຫຼ່ງທີ່ເກີດພະຍາດລະບາດ ຈຶ່ງເຮັດໃຫ້ມີການແຜ່ລາມອອກສູ່ວົງກ້ວາງ. 

    ຕໍ່ກັບການລະບາດດັ່ງກ່າວ ໃຫ້ປະຊາຊົນ ພະນັກງານ ພໍ່ຄ້າຊາວຂາຍ ບໍ່ໃຫ້ແຕກຕື່ນຈົນເກີນເຫດ ທ່ານສາມາດບໍລິໂພກຊີ້ນໝູໄດ້ຢ່າງປອດໄພ ການມີຂ່າວລືວ່າປະເທດລາວໄດ້ຮັບຜົນກະທົບຢ່າງໜັກຈາກພະຍາດອະຫິວາໝູອາຟຣິການັ້ນແມ່ນບໍ່ມີມູນຄວາມຈິງ ແລະ ພະຍາດອະຫິວາໝູບໍ່ສາມາດຕິດຕໍ່ໃສ່ຄົນ ແຕ່ຢ່າງໃດກໍຕາມ ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ແນະນໍາໃຫ້ເອົາໃຈໃສ່ປະຕິບັດມາດຕະການທີ່ລັດວາງອອກເຊັ່ນ: ຜູ້ລ້ຽງໝູ ໃຫ້ຈິງໃຈແຈ້ງ ຫຼື ລາຍງານໃຫ້ການຈັດຕັ້ງ ຫຼືອົງການບໍລິຫານ ແລະ ພາກວິຊາການໂດຍໄວ ເພື່ອໃຫ້ພາກສ່ວນກ່ຽວຂ້ອງມາເກັບຕົວຢ່າງສົ່ງໄປກວດຢູ່ສູນວິໄຈພະຍາດສັດສູນກາງ ຫ້າມຄົວໝູເຈັບ ຫຼືຕາຍດ້ວຍຕົນເອງ ເຊິ່ງອາດເຮັດໃຫ້ເລືອດໝູປົນເປື້ອນສູ່ສະພາບແວດລ້ອມ ອາດເປັນການນໍາເອົາເຊື້ອພະຍາດແຜ່ຂະຫຍາຍໄປຫາໝູໂຕອື່ນ ໃຫ້ດໍາເນີນການຝັງໝູຕາຍ ອະນາໄມສະຖານທີ່ໆສົງໄສ ແລະ ຂ້າເຊື້ອໃຫ້ຖືກຕ້ອງຕາມຄໍາແນະນໍາຂອງວິຊາການ ຜູ້ຄ້າຂາຍໝູເປັນ ຂາຍຊີ້ນໝູ ແລະ ຜະລິດຕະພັນຈາກໝູ ໃຫ້ພະຍາຍາມຕິດຕາມ ແລະ ປະຕິບັດຕາມຂ່າວສານ ແລະ ຂໍ້ມູນການເກີດ ແລະ ລະບາດພະຍາດ ໂດຍບໍ່ເຮັດການຊື້ຂາຍ ແລະ ເຄື່ອນຍ້າຍສັດ (ໝູ) ຢູ່ພາຍໃນ ແລະ ເຄື່ອນຍ້າຍອອກນອກເຂດລະບາດຢ່າງເດັດຂາດ ສໍາລັບຜູ້ບໍລິໂພກ ໃຫ້ຕິດຕາມຂ່າວສານ ແລະ ຂໍ້ມູນການເກີດການລະບາດພະຍາດ ເພື່ອຊ່ວຍໃນການຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດ (ໝູ) ອອກຈາກພື້ນທີ່ເກີດການລະບາດ ພະຍາດ ແລະ ຫ້າມບໍ່ໃຫ້ນໍາເອົາສັດຈາກເຂດເກີດພະຍາດລະບາດໄປຂ້າແປຮູບເພື່ອການຄ້າຂາຍ ຫຼື ເປັນອາຫານ ເພື່ອການປຸງແຕ່ງເປັນຜະລິດຕະພັນຕ່າງໆ ພ້ອມກັນນັ້ນ ກໍຕ້ອງການລາຍງານ ຫຼື ແຈ້ງໃຫ້ພາກສ່ວນວິຊາການ ແລະ ການຈັດຕັ້ງກ່ຽວຂ້ອງ ນອກນັ້ນ ການບໍລິໂພກຊີ້ນໝູທຸກຄັ້ງ ຕ້ອງມີການປຸງແຕ່ງໃຫ້ສຸກດີເສຍກ່ອນ.

# ພາບ & ຂ່າວ: ຂັນທະວີ

error: Content is protected !!