ແຈ້ງດ່ວນ !!! ເລີ່ມວັນທີ 1 ເມສາ ຈະປິດບໍລິການສະຖານີຂົນສົ່ງໂດຍສານສາຍໃຕ້ 

    ຫຼາຍຄົນພາດຫວັງ ປີນີ້ບ້ານເຮົາວິກິດກັບໂຄວິດ ໄປໃສມາໃສກໍລຳບາກ ພາກລັດຈຳກັດການອອກນອກບ້ານນອກເຮືອນຖ້າບໍ່ຈຳເປັນ ເນັ້ນພິເສດ ບໍ່ໃຫ້ໄປຕ່າງຖິ່ນຖ້າບໍ່ຈຳເປັນ ຫຼ້າສຸດນີ້ ສະຖານີຂົນສົ່ງສາຍໃຕ້ທີ່ມີລົດໂດຍສານແລ່ນແຕ່ແຂວງບໍລິຄຳໄຊລົງໄປ ກໍຕ້ອງປະກາດປິດບໍລິການເປັນການຊົ່ວຄາວ ນັບແຕ່ວັນທີ 1 ເດືອນເມສານີ້ເປັນຕົ້ນໄປ ແລະ ຍັງບໍ່ຮູ້ມື້ໃດຈະກັບມາເປີດຄືນ !ຕາມຂ່າວຈາກສະຖານີຂົນສົ່ງໂດຍສານສາຍໃຕ້ມື້ນີ້ແຈ້ງໃຫ້ຮູ້ວ່າ ເພື່ອປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຄຳສັ່ງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການເພີ່ມທະວີມາດຕະການສະກັດກັ້ນ ປ້ອງກັນການລະບາດ ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໂດຍຫ້າມອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ແລະ ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອ ແຕ່ວັນທີ 1-19 ເມສາ 2020.

    ສະນັ້ນ, ສະຖານີຂົນສົ່ງໂດຍສານສາຍໃຕ້ ຈຶ່ງແຈ້ງໃຫ້ຜູ້ໂດຍສານທຸກຄົນທີ່ຈະເດີນທາງໄປຕ່າງແຂວງ ໂດຍຜ່ານສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ ຕ້ອງໄດ້ໂຈະການເດີນທາງກ່ອນ ເພາະທາງຄີວລົດສາຍໃຕ້ຈະໄດ້ປິດບໍລິການນັບແຕ່ວັນທີ 1 ເມສາເປັນຕົ້ນໄປ ສ່ວນວ່າຈະກັບມາເປີດບໍລິການອີກຄັ້ງເມື່ອໃດນັ້ນ ແມ່ນຈະແຈ້ງໃຫ້ຮູ້ຕາມພາຍຫຼັງ.

error: Content is protected !!