ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຈາກ ສປ ຈີນ ຄັ້ງທີ 2 

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຈັດຂຶ້ນວັນທີ 30 ມີນາ 2020 ທີ່ສາງພາລາທິການແພດ ກະຊວງສາທາລະນະສຸກ ໂດຍການມອບຂອງທ່ານ ວາງ ຊີ ຮຸ່ຍ ທູດທີ່ປຶກສາເສດຖະກິດ-ການຄ້າ ສປ ຈີນ ປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ ຜ້າອັດປາກ 400.000 ອັນ ມູນຄ່າ 196.000 ໂດລາສະຫະລັດ ໜ້າກາກອະນາໄມ N95  ຈໍານວນ 5000 ອັນມູນຄ່າ 147.000 ໂດລາ ເສື້ອຊຸດປ້ອງກັນຕົນເອງ 5000 ຊຸດ ມູນຄ່າ 108.950 ໂດລາ ລວມທັງໝົດ 319.700 ໂດລາ ປະມານ 2,8 ຕື້ກີບນອກນີ້ຍັງມີນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈາກມູນນິທິແຈັກມ່າ ມູນຄ່າ 129.011,52 ໂດລາ ປະມານ 1,14 ຕື້ກີບ ລວມມູນຄ່າທັງໝົດເກືອບ 4 ຕື້ກີບ.

    ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ວ່າ: ເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຄັ້ງນີ້ ເປັນຊຸດທີ 2 ເຊິ່ງເຄື່ອງດັ່ງກ່າວຈະໄດ້ນໍາໄປແຈກຢາຍໃຫ້ກັບບັນດາແຂວງໃນທົ່ວປະເທດຢ່າງທົ່ວເຖິງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປັດຈຸບັນເຄື່ອງດັ່ງກ່າວຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກທຸກພາກສ່ວນຕື່ມອີກ ພ້ອມນີ້ເຄື່ອງກວດຊອກຫາເຊື້ອຜູ້ຕິດພະຍາດໂຄວິດ-19 ກໍຍັງບໍ່ທັນມີພຽງພໍໃນທຸກແຂວງ ມີຢູ່ໃນສະເພາະແຂວງໃຫຍ່ ແລະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີການລະບາດ ໂດຍບັນດາແຂວງທີ່ບໍ່ທັນມີເຄື່ອງກວດ ໃຫ້ຟ້າວສົ່ງຕົວຢ່າງມາຫາແຂວງທີ່ມີເຄື່ອງແລ້ວ ຕົວຢ່າງ ແຂວງອັດຕະປື ເຊກອງ ແລະ ແຂວງສາລະວັນ ຕ້ອງສົ່ງຕົວຢ່າງມາແຂວງຈໍາປາສັກ ແລ້ວແຂວງຈໍາປາສັກຕ້ອງເອົາຕົວຢ່າງສົ່ງມາສູນກາງເພື່ອກວດຢັ້ງຢືນອີກເທື່ອໜຶ່ງ ສ່ວນແຂວງຄໍາມ່ວນແມ່ນໄປກວດຢູ່ແຂວງສະຫວັນນະເຂດ ສໍາລັບແຂວງຫຼວງນໍ້າທາ ກວດຢູ່ບໍ່ແກ້ວ ອຸດົມໄຊ ຜົ້ງສາລີ ຕາມເງື່ອນໄຂສະດວກ ຈາກນັ້ນແຂວງຫຼວງນໍ້າທາຈະໄດ້ສົ່ງມາສູນກາງເພື່ອກວດຢັ້ງຢືນອີກເທື່ອໜຶ່ງ.

error: Content is protected !!