ຮ້ານເຄືອໄໝຫັດຖະກໍາ ຊະນະຄັດເລືອກການຕົບແຕ່ງຮ້ານງາມ

   ສະມາຄົມຫັດຖະກໍາລາວ ແລະ ບໍລິສັດ ຟ້າວັດທະນາ ຈໍາກັດ ໄດ້ຈັດກິດຈະກໍາຄັດເລືອກການຕົບແຕ່ງຮ້ານງາມ ອອກແບບຜະລິດຕະພັນ ແລະ ຜະລິດຕະພັນດີເດັ່ນ ພາຍໃຕ້ຫົວຂໍ້ ສົ່ງເສີມຜະລິດຕະພັນຫັດຖະກໍາ ລາວທ່ຽວລາວ ໃນງານມະຫະກໍາສີມືຫັດຖະກໍາລາວ ປີ 2020 ແລະ ໄດ້ມອບລາງວັນໃຫ້ແກ່ຜູ້ຊະນະ ວັນທີ 15 ຕຸລາ 2020 ທີ່ສູນກາງຄ້າລາວໄອເຕັກ ໂດຍຮ້ານຕົບແຕ່ງຮ້ານງາມມີ 19 ຮ້ານເຂົ້າຮ່ວມ ຜ່ານການຕັດສິນ ກໍາມະການຕັດສິນເລືອກໄດ້ທີ 1 ຮ້ານເຄືອໄໝຫັດຖະກໍາ ທີ 2 ຮ້ານຫັດຖະກໍາແພງໄໝ ແລະ ທີ 3 ຫັດຖະກໍາມະຫັດສະຈັນຕໍ່າຫູກລາວ ສ່ວນການຄັດເລືອກຜະລິດຕະພັນ ມີຜູ້ເຂົ້າຮ່ວມ 23 ລາຍການ ຜ່ານການຄັດລືອກ ທີ 1 ຖົງປຽດມີຍອຍ ໄປທ່ຽວສະຖານທີ່ຕ່າງໆ ຮ້ານອອກພົບຕົກ ທີ 2 ຊຸດກະຕ່າປິກນິກ ສູນຫັດຖະກໍານິກອນ ແລະ ທີ 3 ຊຸດກີ້ສາຍຄໍຕຸ້ມຫູສາວລາວມົ້ງທົ່ງໄຫຫີນ ບໍລິສັດຟ້າວັດທະນາ ສໍາລັບການຄັດເລືອກອອກແບບຜະລິດຕະພັນ ມີ 16 ລາຍການເຂົ້າຮ່ວມ ຜ່ານການຄັດເລືອກ ທີ 1 ສາດພັບຈາກຕົ້ນຄ້າ ນາງ ຄານມະນີ ແດນທະວົງ ທີ 2 ກະເປົາຈາກເຄື່ອງຈັກສານ ແລະ ໜັງທຽມ ທ້າວ ຕຸ ລໍ່ແສງວັນ ແລະ ທີ 3 ພາກະນະຈໍາລອງ ທ້າວ ວິສິດ ສິງສະຫວັດ.

# ພາບ & ຂ່າວ: ຂັນທະວີ

error: Content is protected !!