ມສ ມິດຕະພາບລາວ-ຫວຽດນາມ ນໍາໃຊ້ເຕັກໂນໂລຊີເຂົ້າໃນການຮຽນ-ການສອນ

    ທ່ານນາງ ສໍພຸດທະວົງ ໄຊວົງສາ ຫົວໜ້າໜ່ວຍງານວິຊາການ ມສ ມິດຕະພາບລາວ-ຫວຽດນາມ ໃຫ້ສຳພາດບໍ່ດົນມານີ້ວ່າ:  ນັບແຕ່ປີ 2015 ເປັນຕົ້ນມາ ໄດ້ຫັນຈາກການສອນແບບຂີດຂຽນໃສ່ກະດານມາເປັນການສອນດ້ວຍລະບົບຄອມພີວເຕີ ໂດຍການແຕ່ງບົດສອນເປັນພາວເວີພອຍ ແລ້ວສາຍໃສ່ໂປຣເຈັກເຕີ ເຊິ່ງການຮຽນ-ການສອນໃນລະບົບນີ້ ຈະເຮັດໃຫ້ນັກຮຽນເຂົ້າໃຈງ່າຍ ແລະ ໄວກວ່າການຮຽນ-ການສອນລະບົບເກົ່າ ເນື່ອງຈາກວ່າຄູ-ອາຈານ ສາມາດເອົາຮູບພາບປະກອບມານຳສະເໜີໃຫ້ນັກຮຽນເຫັນແບບປະຈັກຕາໄດ້ ເປັນຕົ້ນ ວິຊາຟີຊິກສາດ ຄະນິດສາດ ຊີວະສາດ ແລະ ວິຊາອື່ນໆ.

    ສຳລັບ ມສ ມິດຕະພາບ-ລາວຫວຽດນາມ ໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການຮຽນ-ການສອນນັບແຕ່ຊັ້ນ ມ3 ຫາ ຊັ້ນ ມ7 ເຊິ່ງເປັນຂໍ້ສະດວກອັນໜຶ່ງໃຫ້ແກ່ການຮຽນ-ການສອນ ເຮັດໃຫ້ນັກຮຽນໄດ້ເຫັນຕົວຈິງ ພາຍຫຼັງທີ່ການສິດສອນແບບທັນສະໄໝ ເຫັນວ່າຜົນການຮຽນດີຂຶ້ນເປັນກ້າວໆ ນັກຮຽນມີຄວາມເຂົ້າໃຈຢ່າງຈະແຈ້ງ ເນື່ອງຈາກວ່າໄດ້ເຫັນແບບປະຈັກຕາ ສາມາວາດພາບໄດ້ຢ່າງເຊັດເຈນ.

    ຄຽງຄູ່ກັບການພັດທະນາການຮຽນ-ການສອນແບບທັນສະໄໝ ໂດຍສະເພາະແມ່ນຍຸກ 4.0 ສະນັ້ນຄູ-ອາຈານກໍມີຄວາມທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນຄວາມຮູ້ ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີໃນແຕ່ລະຍຸກແຕ່ລະສະໄໝ ຍິ່ງປະເທດມີການພັດທະນາເທົ່າໃດ ເຕັກໂນໂລຊີກໍ່ຍິງເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂຶ້ນເລື້ອຍໆ ສະນັ້ນ ຄູ-ອາຈານກໍຕ້ອງພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນການນຳເອົາການສອນແບບທັນສະໄໝ ກໍຄືການສົ່ງຄວາມຮູ້ໃຫ້ແກ່ນັກຮຽນຢ່າງມີປະສິດທິພາບ.

    ໃນຍຸກ 4.0 ເປັນຍຸກທີ່ດີທີ່ສຸດ ເພາະວ່າວິທະຍາສາດ ຫຼື ຄວາມຮູ້ຕ່າງໆທີ່ເຮົາຕ້ອງການຢາກຮຽນຮູ້ແມ່ນສາມາດຊອກຮູ້ຢູ່ອິນເຕີເນັດ ແລ້ວນຳມາໃຊ້ໃນຕົວຈິງ ແລະ ໃຊ້ໃຫ້ເປັນຜົນປະໂຫຍດໃຫ້ແກ່ຕົນເອງ ສາມາດນຳເອົາຄວາມຮູ້ຕ່າງໆເຂົ້າໃນການສ້າງສາພັດທະນາປະເທດຊາດ ນອກຈາກການຮຽນ-ການສອນໃນຫ້ອງຮຽນແລ້ວ ຍັງໄດ້ນຳພານ້ອງນັກຮຽນໄດ້ຮຽນຮູ້ນອກສະຖານທີ່ ເຊັ່ນ ການໄປທັດສະນະສຶກສາໃນສະຖານທີ່ສຳຄັນຕ່າງໆອີກດ້ວຍ.

# ພາບ & ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!