ສຳເລັດການຍົກລະດັບໃຫ້ຄູເຝິກ-ກວດກາ ຂັ້ນສູນກາງ-ຂັ້ນແຂວງ ກ່ຽວກັບການສຳຫຼວດສະຖິຕິກະສິກຳທົ່ວປະເທດ

ກອງ​ປະ­ຊຸມ​ເຝິກ­ອົບ­ຮົມ​ຂັ້ນ​ແຂວງ ແລະ ກວດ­ກາ​ຂັ້ນ​ສູນ​ກາງ ສຳ­ລັບ​ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ​ທົ່ວ​ປະ­ເທດ ຄັ້ງ​ທີ III ໄດ້​ດຳ­ເນີນ​ແຕ່​ວັນ​ທີ 5-16 ຕຸ­ລາ 20 20 ທີ່​ທ່າ​ລາດ ແຂວງ​ວຽງ​ຈັນ ສຳ­ເລັດ​ລົງ​ຢ່າງ​ຈົບ­ງາມ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ພອນ​ສະ​ຫຼີ ສຸກ​ສະ​ຫວັດ ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຮອງ​ຫົວ­ໜ້າ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ​ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ​ທົ່ວ​ປະ­ເທດ ຄັ້ງ​ທີ III ມີ​ບັນ­ດາ​ຄະ­ນະ​ການ​ນຳ​ຈາກ​ສູນ ຄູ​ເຝິກ​ຂັ້ນ​ສູນ​ກາງ ນັກ​ກວດ­ກາ​ຂັ້ນ​ແຂວງ​ມາ​ຈາກ​ສູນ​ສະ­ຖິ­ຕິ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ

ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ຂີດ​ໝາຍ​ທີ່​ສຳ­ຄັນ​ໃນ​ການ​ສະ­ໜອງ​ຂໍ້​ມູນ​ທາງ​ດ້ານ​ກະ­ສິ­ກຳ​ໃນ​ຮອບ​ໄລ­ຍະ 10 ປີ ຂອງ ສປປ ລາວ ເຊິ່ງ​ເປັນ​ບ່ອນ​ອີງ​ທີ່​ສຳ­ຄັນ​ໃຫ້​ແກ່​ການ​ຕິດ­ຕາມ ແລະ ປະ​ເມີນ​ສະ­ພາບ​ການ​ຜະ­ລິດ​ກະ­ສິ­ກຳ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ການ​ສຳ​ຫຼວດ​ຄັ້ງ​ນີ້ ແມ່ນ​ເກັບ​ຂໍ້​ມູນ​ຈາກ​ຄົວ​ເຮືອນ​ກ່ຽວ​ກັບ​ການ​ຜະ­ລິດ​ກະ­ສິ­ກຳ​ຄື: ການ​ປູກ­ຝັງ ລ້ຽງ­ສັດ ປະ­ມົງ ແລະ ປ່າ­ໄມ້ ການ​ນຳ​ໃຊ້​ທີ່​ດິນ ການ​ນຳ​ໃຊ້​ແຮງ​ງານ ການ​ເຂົ້າ​ເຖິງ​ຊົນ­ລະ­ປະ­ທານ ຕະ­ຫຼາດ ແລະ ອື່ນໆ ເຊິ່ງ​ເປັນ​ຂໍ້​ມູນ​ພື້ນ­ຖານ​ຊ່ວຍ​ໃຫ້​ສ້າງ​ຄວາມ​ເຂົ້າ­ໃຈ​ເຖິງ​ສະ­ພາບ​ການ​ຜະ­ລິດ​ກະ­ສິ­ກຳ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເພື່ອ​ເປັນ​ປີ​ຖານ​ໃນ​ການ​ສຳ​ຫຼວດ​ຕົວ​ແທນ ແລະ ການ​ຄົ້ນ­ຄວ້າ​ລົງ​ເລິກ​ໃນ­ຕໍ່­ໜ້າ.

ການ​ສຳ​ຫຼວດ​ສະ­ຖິ­ຕິ​ກະ­ສິ­ກຳ​ທົ່ວ​ປະ­ເທດ ຄັ້ງ​ທີ III ໄດ້​ດຳ­ເນີນ​ເຖິງ​ໄລ­ຍະ​ສຳ­ຄັນ​ຄື: ໄລ­ຍະ​ການ​ດຳ­ເນີນ​ພາກ​ສະ­ໜາມ ເຊິ່ງ​ເປັນ​ໄລ­ຍະ​ຕັດ­ສິນ​ຊີ້​ຂາດ​ຂອງ​ການ​ສຳ​ຫຼວດ ໂດຍ​ອີງ​ຕາມ​ການ​ເຫັນ​ດີ​ຂອງ​ຄະ­ນະ​ຊີ້​ນຳ​ລະ­ດັບ​ຊາດ ການ​ສຳ​ຫຼວດ​ຄັ້ງ​ນີ້​ແມ່ນ​ຈະ​ໄດ້​ນຳ​ໃຊ້​ແທັບ​ເລັດ​ຕາມ​ຄູ່​ມື​ແນະ­ນຳ​ຂອງ​ການ​ສຳ​ຫຼວດ​ກະ­ສິ­ກຳ ຫ້ອງ­ການ​ສຳ​ຫຼວດ ໄດ້​ເອົາ­ໃຈ­ໃສ່​ເພື່ອ​ໃຫ້​ນັກ​ກວດ­ກາ ແລະ ນັກ​ເດີນ​ສຳ​ຫຼວດ​ໄດ້​ນຳ​ໃຊ້​ລະ­ບົບ​ດັ່ງ­ກ່າວ​ໃຫ້​ມີ​ປະ­ສິດ­ທິ­ພາບ ແລະ ປະ​ສິດ­ທິ​ຜົນ ຈຶ່ງ​ໃດ້​ແບ່ງ​ການ​ເຝິກ­ອົບ­ຮົມ​ອອກ​ເປັນ 3 ຂັ້ນ​ຄື: ບັ້ນ​ເຝິກ­ອົບ­ຮົມ​ໃຫ້​ແກ່​ຄູ​ເຝິກ ແລະ ນັກ​ກວດ­ກາ​ຂັ້ນ​ສູນ​ກາງ ໄດ້​ສຳ­ເລັດ​ໄປ​ໃນ​ວັນ​ທີ 21/9-2/10/2020 ແລະ ເຝິກ­ອົບ­ຮົມ​ໃຫ້​ແກ່​ຄູ​ເຝິກ ແລະ ນັກ​ກວດ­ກາ​ຂັ້ນ​ແຂວງ ວັນ​ທີ 5-16/10/2020 ເຊິ່ງ​ຈະ​ແມ່ນ​ຜູ້​ທີ່​ເປັນ​ຄູ​ເຝິກ​ໃຫ້​ນັກ​ເດີນ​ສຳ​ຫຼວດ ແລະ ນັກ​ກວດ​ຢູ່​ແຂວງ ແມ່ນ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຂັ້ນ​ຕໍ່​ໄປ ຄື​ຈະ​ໄດ້​ຈັດ​ມື້​ເຝິກ­ອົບ­ຮົມ​ໃຫ້​ແກ່​ນັກ​ເດີນ​ສຳ​ຫຼວດ​ໃນ​ຂັ້ນ​ແຂວງ ເພື່ອ​ກະ­ກຽມ​ການ​ລົງ​ພາກ​ສະ­ໜາມ​ໃນ​ເດືອນ​ພະ­ຈິກ ແລະ ເດືອນ​ທັນ­ວາ​ນີ້.

# ຂ່າວ & ພາບ: ວຽງ​ມາ

error: Content is protected !!