ນ້ຳດື່ມຫົວເສືອ ໄດ້ຈັດກິດຈະກຳຄືນກຳໄລໃຫ້ກັບຜູ້ບໍລິໂພກ ພາຍໃຕ້ໂຄງການ “ລຸ້ນຮັບໂຊກກ້ອງຝາຂາວ ກັບນ້ຳດື່ມຫົວເສືອ” ໂດຍນ້ຳດື່ມຫົວເສືອໄດ້ປ່ຽນຝາເປັນສີຂາວ ແລະ ໃນກ້ອງຝານັ້ນ ຍັງມີລະຫັດ 7 ຕົວເລກໃຫ້ຜູ້ບໍລິໂພກສາມາດສົ່ງໄປລຸ້ນໂຊກແບບງ່າຍໆ ໂດຍສົ່ງລະຫັດກ້ອງຝານ້ຳດື່ມຂະໜາດໃດກໍໄດ້ ຜ່ານທາງ Messenger ຂອງ Facebook page: Tigerheadlaos.
ວັນທີ 16 ຕຸລາ 2020 ຢູ່ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດງານແຈກໂຊກໂດຍການສຸ່ມຫາຜູ້ໂຊກດີເປັນຄັ້ງທີ 3 ເຊິ່ງເປັນຄັ້ງສຸດທ້າຍຂອງໂຄງການ ມີລາງວັນໃຫຍ່ຄືລົດກະບະ Isuzu D-Max ຈຳນວນ 1 ຄັນ ນອກຈາກນີ້ ຍັງມີລາງວັນສາຍຄໍຄຳ 2 ສະຫຼຶງຈຳນວນ 56 ລາງວັນ ແລະ ລາງວັນເງິນສົດ 8 ລ້ານກີບ ຈຳນວນ 18 ລາງວັນ ໂດຍການເຂົ້າຮ່ວມ ແລະ ກົດປຸ່ມສຸ່ມຫາຜູ້ໂຊກດີຂອງທ່ານ ວິກເຕີ ຈອງ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ສຳລັບຜູ້ໂຊກດີທີ່ໄດ້ຮັບລົດກະບະຄັນທີ 3 ຂອງໂຄງການ ຈາກການສົ່ງຝາມາລຸ້ນໂຊກ ຜູ້ທີ່ໂຊກດີຊື່ທ້າວ ສີຄູນ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລະຫັດກ້ອງຝາ PKDBJD3. ໂຄງການດັ່ງກ່າວນີ້ ໄດ້ເລີ່ມຕົ້ນມາແຕ່ເດືອນກໍລະກົດ 2020 ແລະ ສິ້ນສຸດລົງໃນວັນທີ 16 ຕຸລາ 2020 ມາຮອດປັດຈຸບັນ ນ້ຳດື່ມຫົວເສືອໄດ້ມີການແຈກໂຊກຜ່ານການສຸ່ມຫາຜູ້ໂຊກດີທັງໝົດ 3 ຄັ້ງ ມີຜູ້ໂຊກດີໄດ້ຮັບລາງວັນສາຍຄໍຄຳສອງສະຫຼຶງໄປແລ້ວຈຳນວນ 480 ລາງວັນ ຜູ້ໂຊກດີໄດ້ຮັບລາງວັນເງິນສົດ 8 ລ້ານກີບຈຳນວນ 180 ລາງວັນ ແລະ ລາງວັນໃຫຍ່ ຄືລົດກະບະ Isuzu D-Max ຈຳນວນ 3 ຄັນ.
# ຂ່າວ & ພາບ: ຊິລິການດາ