ສຳເລັດການຍົກລະດັບວິຊາການນຳທ່ຽວ

     ພິທີປິດຊຸດເຝິກອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 27 ຈັດຂຶ້ນວັນທີ 16 ຕຸລາ 2020 ທີ່ສະຖາ ບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ (ສວທ) ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທ່ານ ຄໍາຫຼ້າ ຍອຍສາຍຄໍາ ວ່າການຫົວໜ້າສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.

    ການເຝິກອົບຮົມ ຈັດຂຶ້ນແຕ່ວັນທີ 3 ສິງຫາ ຫາວັນທີ 16 ຕຸລາ 2020 ລວມ 55 ວັນ ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກບໍລິສັດທ່ອງທ່ຽວ ແລະ ສະມາຄົມພະນັກງານນຳທ່ຽວລາວ ຈຳນວນ 54 ຄົນ ຍິງ 28 ຄົນ ກິດຈະກຳປະກອບມີ: ການບັນຍາຍ ການສາທິດ ການແບ່ງກຸ່ມສົນທະນາ ແລະ ນໍາສະເໝີ ການລົງປະຕິບັດຕົວຈິງ ແລະ ລົງທັດສະນະສຶກສາຢູ່ສະຖານທີ່ທ່ອງທ່ຽວຕ່າງໆ ເຊັ່ນ: ປະຕູໄຊ ພິພິທະພັນຫໍພະແກ້ວ ວັດສີສະເກດ ວັດສີເມືອງ ດ່ານສາກົນຂົວມິດຕະພາບລາວ-ໄທ 1 ສວນວັດທະນະທໍາຊຽງຄວນ ເມືອງວັງວຽງ ແລະ ເຂື່ອນນ້ໍາງື່ມ 1 ນອກຈາກນີ້ ຍັງໄດ້ສ້າງກິດຈະກໍາອື່ນໆເພື່ອຮັດແໜ້ນຄວາມສາມັກຄີ ແລະ ສົມທົບກັບສະມາຄົມພະນັກງານນໍາທ່ຽວລາວ ເຮັດກິດຈະກໍາທໍາຄວາມສະອາດເພື່ອຮັກສາສິ່ງແວດລ້ອມໃນນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ຕື່ມອີກ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!