ພັດຕະຄານເຊນພິລາ ຄອນເວັນຊັນຮໍ ຕັ້ງຢູ່ບ້ານດົງປາແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດພັດຕາຄານດັ່ງກ່າວຢ່າງເປັນທາງການ ໃນວັນທີ 15 ຕຸລາ 2020 ໂດຍເປັນປະທານຂອງທ່ານ ສີສົມບັດ ພິລາວົງ ປະທານພັດຕາຄານເຊນພິລາ ຄອນເວັນຊັນຮໍ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ສີສົມບັດ ພິລາວົງ ໄດ້ກ່າວວ່າ: ໄດ້ເລີ່ມຕົ້ນສ້າງໂຄງການພັດຕະຄານເຊນພິລາ ຄອນເວັນເຊີນຮໍ ໃນວັນທີ 15 ກັນຍາ 2018 ໄດ້ສຳເລັດໃນວັນທີ 15 ຕຸລາ 2020 ໂຄງການກໍ່ສ້າງພັດຕະຄານແຫ່ງນີ້ ໃຊ້ເວລາກໍ່ສ້າງ 2 ປີກັບ 1 ເດືອນ ຈຶ່ງສຳເລັດ ໄດ້ໃຊ້ແນວຄິດ ແລະ ການອອກແບບທັງໝົດ ລ້ວນແລ້ວແຕ່ເປັນລູກຫຼານຄົນລາວເຮົາ 100% ພັດຕາຄານແຫ່ງນີ້ ບໍລິຫານຈັດການໂດຍບໍລິສັດແອັດພີອະສັງຫາລິມມະຊັບ ຈຸດປະສົງໃນການສ້າງຕັ້ງພັດຕາຄານ ແມ່ນເພື່ອນຳໃຊ້ເປັນສະຖານທີ່ຈັດງານດອງ ງານສັງສັນ ກອງປະຊຸມສຳມະນາ ຫຼື ງານສຳຄັນຕ່າງໆທົ່ວໄປ ສຳລັບອາຄານຈັດງານ ມີເນື້ອທີ່ 2 ເຮັກຕາກວ່າ ແລະ ເນື້ອທີ່ຂອງທີ່ດິນລວມທັງໝົດ 7 ເຮັກຕາກວ່າ ສາມາດຈັດງານໄດ້ເຖິງ 4 ງານ ແຕ່ລະງານສາມາດຮອງຮັບແຂກເຂົ້າຮ່ວມໄດ້ 2.000 ກວ່າຄົນ ເວົ້າລວມ ໃນຄືນໜຶ່ງສາມາດຮອງຮັບແຂກໄດ້ເຖິງ 8.000 ຄົນ ນອກຈາກນັ້ນ ຍັງໄດ້ສ້າງອາຄານຈອດລົດ 4 ຊັ້ນ ໃນເນື້ອທີ່ 3 ເຮັກຕາກວ່າ ແລະ ສາມາດຈອດລົດໄດ້ຫຼາຍກວ່າ 2.000 ຄັນ ຈຸດພິເສດແມ່ນມີທາງເຂົ້າ-ອອກເຖິງ 3 ທາງ ຄື: ສາມາດເດີນທາງເຂົ້າມາໄດ້ໃນເສັ້ນທາງໜອງບົວທອງ-ດົງປາແຫຼບ ຮ່ອງຄ້າ-ໂນນຕານ ແລະ ເສັ້ນທາງຫ້ອງການບ້ານດົງປາແຫຼບ ມີພະນັກງານ 200 ຄົນ ເພື່ອຕອບສະໜອງຮັບໃຊ້ໃນການບໍລິການໃຫ້ແກ່ລູກຄ້າ ແລະ ໃຊ້ບໍລິການຈັດງານຕ່າງໆ ນອກຈາກນັ້ນ ຍັງໄດ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນມີວຽກເຮັດງານທຳ.

ພັດທະນາຄານເຊນພິລາໄດ້ເນັ້ນການໃຫ້ບໍລິການລູກຄ້າເປັນຫຼັກ ຊື່ສັດຕໍ່ລູກຄ້າ ແລະ ສ້າງຄວາມພຶງພໍໃຈໃຫ້ກັບລູກຄ້າ ໃນໄລຍະເປີດພັດທະນາໃໝ່ນີ້ ແມ່ນໄດ້ຈັດກິດຈະກຳຄື 50 ງານທຳອິດທີ່ເຂົ້າມາຈັດງານ ແມ່ນຈະໃຫ້ນຳໃຊ້ຈໍແອວອີດີ ໂດຍບໍ່ເສຍຄ່າ ພ້ອມນັ້ນຍັງມີລະບົບໃຊ້ແສງສີ ແລະ ມີເນື້ອທີ່ໄວ້ໃຫ້ລູກຄ້າສາມາດນຳໃຊ້ຈັດງານມັດແຂນ ມີຫ້ອງເຈົ້າບ່າວ ເຈົ້າສາວ ສາມາດຖ່າຍທອດສົດຜ່ານເຟສບຸກ ປັດຈຸບັນມີລູກຄ້າເຂົ້າມາຈອງຈັດງານແລ້ວ 50 ກວ່າງານ ນອກຈາກນັ້ນ ຍັງສ້າງສວນຢູ່ດ້ານນອກ ສາມາດຮອງຮັບໄດ້ 400 ກວ່າຄົນ ສາມາດຈັດງານສະແດງສິລະປະດົນຕີໄດ້ ມູນຄ່າໂຄງການກໍ່ສ້າງດັ່ງກ່າວ 20 ລ້ານໂດລາສະຫະລັດ ຫຼື ປະມານ 184 ຕື້ກວ່າກີບ.


ຖ້າສົນທ່ານໃດມີຄວາມສົນໃຈຈັດງານດອງ ແລະ ງານອື່ນໆສາມາດຕິດຕໍ່ໄດ້ທີ່ບໍລິສັດແອັດພີອະສັງຫາລິມມະຊັບ ເຊິ່ງຕັ້ງຢູ່ຊັ້ນລຸ່ມຂອງພັດຕະຄານດັ່ງກ່າວ ລາຄາເລີ່ມຕົ້ນ 180.000 ກີບຕໍ່ບັດ.

# ຂ່າວ & ພາບ: ເພັດສະໝອນ