ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ ໃນການພັດທະນາລະບົບໂປຣແກຣມຖານຂໍ້ມູນອອກບັດອະນຸຍາດເຮັດວຽກ ໃຫ້ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ (Smart Card) ຈັດຂຶ້ນວັນທີ 15 ຕຸລາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ລະຫວ່າງທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ (ພຈງ) ກະຊວງ ຮສສ ແລະ ທ່ານ ສຸກສາຄອນ ໃສທິລາດ ປະທານບໍລິສັດ ອີປາປາ ການລົງທຶນ ຈຳກັດຜູ້ດຽວ ມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍທ່ານຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານນາງ ອານຸສອນ ຄຳສິງສະຫວັດ ໄດ້ແຈ້ງໃຫ້ຊາບວ່າ: ສປປ ລາວ ນອກຈາກເປັນປະເທດສົ່ງ ກໍຍັງເປັນປະເທດຮັບ ເຊິ່ງໃນແຕ່ລະປີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພິຈາລະນາອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ຈຳນວນຫຼາຍສົມຄວນ ເພື່ອສະໜອງໃຫ້ບັນດາຫົວໜ່ວຍແຮງງານຢູ່ໃນຂົງເຂດການຜະລິດ ທຸລະກິດ ແລະ ບໍລິການ ຕາມຄວາມຕ້ອງການຂອງຕຳແໜ່ງງານ ແນໃສ່ເຮັດໃຫ້ສາມາດຂັບເຄື່ອນການຜະລິດທຸລະກິດ ແລະ ບໍລິການຈະເລີນເຕີບໂຕໃນແຕ່ລະໄລຍະ ໃນປີ 2019 ໄດ້ອະນຸມັດໂກຕານຳໃຊ້ແຮງງານຕ່າງປະເທດຈຳນວນ 65.000 ຄົນ ແລະ ປີ 2020 ຈຳນວນ 60.000 ຄົນ.

ທ່ານ ສຸກສາຄອນ ໃສທິລາດ ກ່າວວ່າ: ການພັດທະນາລະບົບໂປຣແກຣມຖານຂໍ້ມູນ ເພື່ອອະນຸມັດໂກຕານຳໃຊ້ ແລະ ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ໃນຮູບແບບທີ່ທັນສະໄໝ (Smart Card) ໂດຍໃຫ້ສາມາດເຊື່ອມໂຍງກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ພ້ອມທັງຕິດຕາມ ແລະ ກວດກາໄດ້ ເຫັນວ່າເປັນທິດທາງທີ່ເໝາະສົມ ເພື່ອເຮັດໃຫ້ວຽກງານການອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ ມີຄວາມສະດວກ ວ່ອງໄວ ໂປ່ງໃສ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງບັນດາຫົວໜ່ວຍແຮງງານທີ່ມີຄວາມຕ້ອງການນຳໃຊ້ແຮງງານຕ່າງປະເທດ ເພື່ອເປັນຂໍ້ມູນໃນການວິເຄາະ ວິໄຈ ຈຶ່ງໄດ້ຮ່ວມກັນເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບໂປຣແກຣມຖານຂໍ້ມູນ ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ (Smart Card).

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີຜົນສັກສິດເລີ່ມແຕ່ວັນທີ 15 ຕຸລາ 2020 ທີ່ທັງສອງຝ່າຍໄດ້ຮ່ວມກັນລົງນາມກັນ ຖ້າຫາກວ່າພາຍໃນກຳນົດເວລາ 1 ປີ ການສຶກສາຄວາມເປັນໄປໄດ້ຍັງບໍ່ສຳເລັດ ແມ່ນສາມາດຕໍ່ອາຍຸການຮ່ວມມືໄປໄດ້ຕື່ມອີກບໍ່ເກີນ 1 ປີ ບົນພື້ນຖານການເຫັນດີເປັນເອກະພາບຂອງສອງຝ່າຍ ຫຼືໃນກໍລະນີທີ່ເຫັນວ່າການສຳຫຼວດການອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ມີຄວາມຄືບໜ້າທີ່ໄວກວ່າກຳນົດ ເວລາໃນບົດບັນທຶກສະບັບນີ້ ຈະພິຈາລະນາສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວຢ່າງເປັນທາງການ.
# ຂ່າວ & ພາບ: ບຸນມີ ສີວິໄລ