ງານຖະແຫຼງຂ່າວ ແລ່ນໄລຍະທາງ 385 ກິໂລແມັດ ຕັ້ງແຕ່ວຽງຈັນ-ຫຼວງພະບາງ ເພື່ອລະດົມທຶນຊ່ວຍໂຮງໝໍເດັກເພື່ອນລາວ ແຂວງຫຼວງພະບາງ ທີ່ໃຫ້ການປິ່ນປົວເດັກນ້ອຍໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍແຕ່ຢ່າງໃດ ຂຶ້ນວັນທີ 15 ຕຸລາ 2020 ທີ່ຮ້ານອາຫານຂອບໃຈເດີ ໂດຍມີທ່ານ ຄາໂລ ບາຄາລາ ຊາວຟີລີບປີນ ຜູ້ລິເລີ່ມໃນການແລ່ນລາຍການນີ້ ທັງເປັນຫົວໜ້າທີມວີຣັນ ແລະ ທ່ານ ນາງ ວັນເພັງ ສຸດທິຈັກ ປະທານວິສາຫະກິດສ່ວນບຸກຄົນ Events For Good ພ້ອມດ້ວຍງານນັກກີລາແລ່ນຈາກທີມດັ່ງກ່າວ ພະນັກງານຜູ້ກ່ຽວຂ້ອງ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ຄາໂລ ບາຄາລາ ຖະແຫຼງໃຫ້ຮູ້ວ່າ: ງານແລ່ນການກຸສົນເພື່ອເດັກນ້ອຍລາວ ຈັດຂຶ້ນເປັນປີທີ 6 ແລ້ວ ແຕ່ສຳລັບປີນີ້ ຈະເລີ່ມແລ່ນແຕ່ວັນທີ 16-20 ຕຸລາ 2020 ທ່າມກາງທີ່ຫຼາຍໆປະເທດໃນທົ່ວໂລກຍັງປະເຊີນໜ້າກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແຕ່ທີມວີຣັນຍັງສືບຕໍ່ເຮັດສິ່ງດີໆເພື່ອສັງຄົມ ໂດຍຈະມີນັກແລ່ນຫຼັກ 3 ຄົນ ປະກອບມີທ່ານ ຄາໂລ ບາຄາລາ (Carlo Barcalla) ທ່ານ ດາລາສົມ ສຸດທິພົງ (ກີ່) ທ່ານ ນິມານ ພັນປະເສີດ ແລະ ນັກກີລາແລ່ນ ທີ່ແລ່ນ Support 2 ທ່ານຄື: ທ່ານນາງ ສິລິພອນ ວານິດສະເວດ ແລະ ທ່ານ Henry Manguerra ສັນຊາດອາເມຣິກາ ນອກນັ້ນ ກໍຍັງມີບັນດານັກແລ່ນທີ່ຈະແລ່ນປະກອບ ສ່ວນສະໜັບສະໜູນຂະບວນການອີກຈຳນວນໜຶ່ງ.

ສຳລັບການແລ່ນຄັ້ງນີ້ ຈະໃຊ້ເວລາທັງໝົດ 5 ວັນ ໃນນັ້ນ ວັນທີ 16 ຕຸລາ 2020 ເວລາ 4:00 ໂມງ ມື້ທີ 1 ແລ່ນ 80 ກິໂລແມັດ (ກມ) ອອກຈາກປະຕູໄຊ-ແສນຊຸມ ມື້ທີ 2 ແລ່ນ 80 ກມ ແສນຊຸມ-ວັງວຽງ ມື້ທີ 3 ແລ່ນ 75 ກມ ວັງວຽງ-ກາສີ ມື້ທີ 4 ແລ່ນ 75 ກມ ກາສີ-ກິ່ວກະຈຳ ມື້ທີ 5 ແລ່ນ 75 ກມ ກິ່ວກະຈຳ-ຫຼວງພະບາງ ລາຍການນີ້ ບໍລິສັດໂຕໂຍຕາ ລາວ ໃຫ້ການສະໜັບສະໜູນລົດເພື່ອຕິດຕາມນັກແລ່ນຈຳນວນ 2 ຄັນ ແລະ ລົດຮັບສົ່ງນັກແລ່ນ ໃນວັນທີ 16 ຕຸລາ 2020 ເຄື່ອງດື່ມໃຫ້ນັກແລ່ນ ພ້ອມທັງຮ່ວມບໍລິຈາກໃຫ້ກັບໂຮງໝໍຜ່ານກິດຈະກຳນີ້ 1 ພັນໂດລາສະຫະລັດ ຂະນະທີ່ ບໍລິສັດ ອິນທິລາ ກຣຸບ ແລະ ຮ້ານອາຫານຂອບໃຈເດີ ກໍໃຫ້ການສະໜັບສະໜູນເໝືອນກັບທຸກໆປີ.

# ຂ່າວ & ພາບ: ສີພອນ