ປະຕິຮູບໂຄງລ່າງເຕັກໂນໂລຊີ ຮອງຮັບການຂະຫຍາຍຕົວຂອງທຸລະກໍາດ້ານການເງິນ

    ພິທີລົງນາມສັນຍາໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ຂອງທະນາຄານແຫ່ງ ສປປ ລາວ (ທຫລ)​ ຈັດຂຶ້ນວັນທີ 14 ຕຸລາ 2020 ຢູ່ໂຮງແຮມເສດຖາປາລາຊ ລະຫວ່າງທ່ານ ເພັດຖາວອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ແລະ ທ່ານ ວິຈິດ ຊິນດາວົງ ປະທານສະພາບໍລິຫານບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ໂດຍມີທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ໄຂແກ້ວ ຫຼວງສິວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ ທຫລ ກ່າວວ່າ: ທຫລ ເປັນສູນກາງເຊື່ອມຕໍ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານດ້ານການເງິນໃນທົ່ວປະເທດ ເພື່ອສະໜັບສະໜູນການເຄື່ອນໄຫວວຽກງານການບໍລິການທຸລະກຳດ້ານການເງິນໃຫ້ມີຄວາມຄ່ອງຕົວ ແລະ ຮັບປະກັນຄວາມຕໍ່ເນື່ອງດ້ານທຸລະກິດ ບັນດາອຸປະກອນຂອງລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານທີ່ນໍາໃຊ້ໃນປັດຈຸບັນ ມີອາຍຸນໍາໃຊ້ດົນ ທຫລ ຈຶ່ງມີຄວາມຈໍາເປັນຕ້ອງປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານໃໝ່ທັງໝົດ ເພື່ອເຮັດໃຫ້ລະບົບດັ່ງກ່າວມີຄວາມສະຖຽນລະພາບ ແລະ ຮອງຮັບການຂະຫຍາຍຕົວຂອງທຸລະກຳດ້ານການເງິນ ທັງໃນປັດຈຸບັນ ແລະ ອະນາຄົດ.

    ທ່ານນາງ ທະນົງສິດ ເທບໂພເງິນ ຜູ້ອໍານວຍການບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈຳກັດ ກ່າວວ່າ: ການລົງນາມສັນຍາຄັ້ງນີ້ ເປັນນິມິດໝາຍອັນດີ ແລະ ຂີດໝາຍອັນສໍາຄັນຂອງການຮ່ວມມືລະຫວ່າງບໍລິສັດ ສີສເມຕິກ ກັບ ທຫລ ເພື່ອຮ່ວມກັນປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ທຫລ ໃຫ້ເປັນໄປຕາມມາດຕະຖານ ISO 27001 ເທື່ອລະກ້າວ ແນໃສ່ການສ້າງຄວາມສະຖຽນລະພາບ ແລະ ຮອງຮັບຕໍ່ການຂະຫຍາຍຕົວຂອງທຸລະກໍາດ້ານການເງິນ ທັງໃນປັດຈຸບັນ ແລະ ອະນາຄົດ.

    ໂອກາດນີ້ ທ່ານນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍໃຫຍ່ກຸ່ມບໍລິສັດ ເອໄອເອັຟ ກໍໄດ້ຕາງໜ້າໃຫ້ບໍລິສັດ ສິສເມຕິກ ມອບອຸປະກອນໄອທີ IdeaHub Enterprise 65” Pro ໃຫ້ ທຫລ 2 ເຄື່ອງ ມູນຄ່າ 16.500 ໂດລາສະຫະລັດ ເພື່ອນໍາໃຊ້ວຽກງານປະຊຸມທາງໄກຕື່ມອີກ.

# ຂ່າວ & ພາບ: ສະບາໄພ

error: Content is protected !!