ບ້ານລາວມົງຄຸນ ສູນລວມສິນຄ້າຍີ່ຫໍ້ລາວ

ພິ­ທີ​ຖະ­ແຫຼງ​ຂ່າວ​ເປີດ​ໂຕ​ບ້ານ​ລາວ​ມົງ​ຄຸນ ຈັດ​ຂຶ້ນ​ວັນ​ທີ 14 ຕຸ­ລາ 2020 ຢູ່​ບ້ານ​ທົ່ງ​ຂັນ​ຄຳ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ມຸກ­ດາ​ວັນ ແກ້ວ​ວິ­ໄລ ປະ­ທານ​ຜູ້​ບໍ­ລິ­ຫານ ບ້ານ​ລາວ​ມົງ​ຄຸນ ມີ​ແຂກ​ທີ່​ຖືກ​ເຊີນ ແລະ ບັນ­ດາ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ​ນາງ ມຸກ­ດາ​ວັນ ແກ້ວ​ວິ­ໄລ ກ່າວ​ວ່າ: ບ້ານ​ລາວ​ມົງ​ຄຸນ ແມ່ນ​ສູນ​ລວມ​ສິນ­ຄ້າ​ຍີ່­ຫໍ້​ລາວ ເປົ້າ​ໝາຍ ແລະ ຈຸດ­ປະ­ສົງ​ຫຼັກ ເພື່ອ​ເປັນ​ການ​ສົ່ງ­ເສີມ​ສິນ­ຄ້າ​ຍີ່­ຫໍ້​ລາວ ເຂົ້າ​ສູ່​ຕະ­ຫຼາດ​ໂລກ ສ້າງ​ໃຫ້​ເປັນ​ຈຸດ​ໃຈ­ກາງ​ໃນ​ການ​ຈຸດ​ໜ່າຍ​ສິນ­ຄ້າ​ລາວ​ເຂົ້າ​ສູ່​ຕະ­ຫຼາດ​ໃນ​ພາກ​ພື້ນ ແລະ ສາ­ກົນ ເປັນ​ການ​ສົ່ງ­ເສີມ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ໄວ້​ໃຫ້​ຄົງ​ຢູ່​ກັບ​ຄົນ​ລາວ​ຊົ່ວ​ນິ​ລັນ ແລະ ເປັນ​ການ​ເຜີຍ­ແຜ່​ຣົດ​ຊາດ​ອາ­ຫານ​ລາວ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!