ຜູ້ຊ່ຽວຊານເຕືອນ ປະສິດທິພາບວັກຊີນ COVID-19 ອາດຫຼຸດລົງໃນກຸ່ມເປັນ “ໂລກອ້ວນ”

ຜູ້​ຊ່ຽວ­ຊານ​ສາ­ທາ­ລະ­ນະ​ສຸກ​ສະ­ຫະ­ລັດ ເປີດ­ເຜີຍ​ວ່າ ເຄີຍ​ມີ​ການ​ວິ­ໄຈ​ພົບ​ວ່າ ຜູ້​ທີ່​ເປັນ​ໂລກ​ອ້ວນ ເມື່ອ​ໄດ້​ຮັບ​ວັກ​ຊີນ​ໄຂ້­ຫວັດ­ໃຫຍ່ ຈະ​ມີ​ປະ­ສິດ­ທິ­ພາບ​ໜ້ອຍ​ກວ່າ ຄາດ​ອາດ​ເກີດ​ຂຶ້ນ​ກັບ​ວັກ​ຊີນ COVID-19 ເຊັ່ນ​ກັນ.

ຜູ້​ຊ່ຽວ­ຊານ​ເຕືອນ​ວ່າ ປະ­ສິດ­ທິ­ພາບ​ວັກ​ຊີນ COVID-19 ອາດ​ຫຼຸດ​ລົງ​ໃນ​ກຸ່ມ​ເປັນ “ໂລກ​ອ້ວນ” ນັກ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ນອດ​ແຄ​ໂຣ​ໄລ​ນາ (University of North Carolina; UNC) ເປິດ​ເຜີຍ​ວ່າ “ໂລກ​ອ້ວນ (Obesity)” ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ຕິດ­ເຊື້ອ COVID-19 ແລະ ຫາກ​ໄດ້​ຮັບ​ວັກ​ຊີນ COVID-19 ອາດ​ມີ​ປະ​ສິດ­ທິ​ຜົນ​ໜ້ອຍ​ລົງ ເນື່ອງ​ຈາກ​ການ​ຕອບ​ສະ­ໜອງ​ຂອງ​ລະ­ບົບ​ພູມ​ຄຸ້ມ​ກັນ​ອ່ອນ­ແອ​ລົງ.

ທ່ານ ເມ​ລິນ​ດາ ເບັກ (Melinda Beck) ສາ​ສະ​ດາ​ຈານ​ສະ​ຖາ​ບັນ ສາ­ທາ­ລະ­ນະ​ສຸກ​ຂອງ UNC ກ່າວ​ວ່າ ໃນ​ຂະ­ນະ​ທີ່​ການ​ວິ­ໄຈ​ວັກ​ຊີນ COVID-19 ຍັງ​ຄົງ​ດຳ­ເນີນ​ຕໍ່​ໄປ​ນັ້ນ ເຄີຍ​ມີ​ການ​ວິ­ໄຈ​ກ່ອນ​ໜ້າ​ນີ້ ທີ່​ພົບ​ຄວາມ​ເຊື່ອມ​ໂຍງ​ວ່າ ຜູ້​ທີ່​ເປັນ​ໂລກ​ອ້ວນ ເມື່ອ​ໄດ້​ຮັບ​ວັກ​ຊີນ​ໄຂ້­ຫວັດ­ໃຫຍ່ ຈະ​ມີ​ປະ­ສິດ­ທິ­ພາບ​ໜ້ອຍ​ກວ່າ ເຊິ່ງ​ເຂົາ​ຄາດ​ວ່າ​ເຫດ​ໃນ​ລັກ­ສະ­ນະ​ດຽວ​ກັນ​ນີ້ ອາດ​ເກີດ​ຂຶ້ນ​ກັບ​ວັກ​ຊີນ COVID-19 ເຊັ່ນ​ກັນ.

“ຢ່າງ­ໃດ​ກໍ​ຕາມ ເຮົາ​ບໍ່​ໄດ້​ບອກ​ວ່າ ວັກ​ຊີນ COVID-19 ຈະ​ໃຊ້​ບໍ່​ໄດ້­ຜົນ​ກັບ​ປະ­ຊາ­ກອນ​ທີ່​ເປັນ​ໂລກ​ອ້ວນ ແຕ່​ຄວນ​ພິ­ຈາ­ລະ­ນາ​ວ່າ​ໂລກ​ອ້ວນ ອາດ​ເປັນ​ປັດ​ໄຈ​ທີ່​ສົ່ງ​ຜົນ​ຕໍ່​ປະ­ສິດ­ທິ­ພາບ​ການ​ທົດ​ສອບ​ວັກ​ຊີນ… ເຖິງ​ແມ່ນ​ວັກ​ຊີນ​ທີ່​ປ້ອງ​ກັນ​ໄດ້​ໜ້ອຍ ກໍ​ຍັງ​ໃຫ້​ພູມ​ຄຸ້ມ​ກັນ​ໂລກ​ນັ້ນໆ​ໄດ້​ໃນ​ລະ­ດັບ​ໜຶ່ງ” ເຂົາ​ບອກ.

ນັກ­ວິ­ທະ­ຍາ­ສາດ​ຂອງ UNC ໄດ້​ກວດ​ສອບ​ຂໍ້​ມູນ​ຈາກ​ການ​ສຶກ​ສາ 75 ຊິ້ນ ລະ­ຫວ່າງ​ເດືອນ​ມັງ­ກອນ ເຖິງ​ມິ­ຖຸ­ນາ 2020 ເຊິ່ງ​ກ່ຽວ­ຂ້ອງ​ກັບ​ຜູ້​ຕິດ­ເຊື້ອ COVID-19 ຈຳ­ນວນ 400.000 ຄົນ.

ພວກ​ເຂົາ​ພົບ​ວ່າ ຜູ້​ທີ່​ເປັນ​ໂລກ​ອ້ວນ ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ COVID-19 ຫຼາຍ​ກວ່າ​ຄົນ​ທີ່​ບໍ່​ເປັນ​ໂລກ​ອ້ວນ ເຖິງ 46% ແລະ ມີ​ຄວາມ​ສ່ຽງ​ທີ່​ຈະ​ຕ້ອງ​ເຂົ້າ​ຮັບ​ການ​ປິ່ນ­ປົວ​ໃນ​ໂຮງ­ໝໍ​ເພີ່ມ​ຂຶ້ນ 113%.

ນອກ­ຈາກ​ນີ້ ໂອ­ກາດ​ເຂົ້າ​ຫ້ອງ​ຄົນ​ເຈັບ​ໜັກ​ຍັງ​ສູງ​ກວ່າ​ຜູ້​ທີ່​ບໍ່​ເປັນ​ໂລກ​ອ້ວນ ເຖິງ 74% ແລະ ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເສຍ​ຊີ­ວິດ​ຈາກ​ໄວ​ຣັສ COVID-19 ຫຼາຍ​ຂຶ້ນ​ເຖິງ 48% ໂລກ​ອ້ວນ ເປັນ​ປັດ​ໄຈ​ສ່ຽງ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ອາດ​ເຮັດ​ໃຫ້​ຜູ້​ຕິດ­ເຊື້ອ​ໂລກ COVID-19 ມີ​ອາ­ການ​ຮຸນ​ແຮງ​ຫຼາຍ​ຂຶ້ນ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!