ຫຼາຍທ່ານກໍຄົງໄດ້ຍິນຂ່າວກ່ຽວກັບອຸບັດຕິເຫດລົດຕໍາແບ້ໃນປີ 2019 ຜ່ານມາ ເປັນຂ່າວດັງຢູ່ສື່ສັງຄົມອອນລາຍໃນໄລຍະໜຶ່ງ ຫຼ້າສຸດຜູ້ທີ່ໂພສຂໍ້ຄວາມດັ່ງກ່າວໄດ້ເຂົ້າມາຂໍໂທດ ບໍລິສັດ ທິບພະຍະປະກັນໄພແຫ່ງ ສປປ ລາວ ທີ່ໃຫ້ບໍລິການຂອງລົດທີ່ເປັນຄູ່ກໍລະນີໃນອຸບັດຕິເຫດຄັ້ງດັ່ງກ່າວ.

ຫຼ້າສຸດ ໃນວັນທີ 14 ຕຸລາ 2020 ນາງ ເມທາວີ ແກ້ວດວງເດດ ອາຍຸ 28 ປີ ອາຊີບພະນັກງານ ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນ ຜູ້ທີ່ເປັນຄົນໂພສຂໍ້ຄວາມກ່ຽວກັບການເກີດອຸບັດຕິເຫດໃນຄັ້ງນັ້ນ ພ້ອມຄອບຄົວ ໄດ້ເດີນທາງໄປສໍານັກງານໃຫຍ່ ບໍລິສັດ ທິບພະຍະປະກັນໄພຈໍາກັດ ແຫ່ງ ສປປ ລາວ ເພື່ອຂໍໂທດກັບທາງຄະນະບໍລິຫານຂອງທາງບໍລິສັດຕໍ່ກັບກໍລະນີທີ່ເກີດຂຶ້ນ.

ນາງ ເມທາວີ ແກ້ວດວງເດດ ໄດ້ກວ່າວ່າ: ຂ້າພະເຈົ້າໄດ້ຂຽນຂໍ້ຄວາມກ່ຽວກັບຄະດີລົດຕໍ້າແບ້ ໂພສລົງໃນສື່ສັງຄົມອອນລາຍ ເຟສບຸກ ໃນເວລາ 12:00 ໂມງ ຂອງວັນທີ 28 ພະຈິກ 2019 ເຊິ່ງໃນເນື້ອຫາກ່ຽວພັນເຖິງ ບໍລິສັດທິບພະຍະປະກັນໄພ ຈຳກັດ ແລະ ໃນເນື້ອຫາຍັງໄດ້ໃສ່ຮ້າຍປ້າຍສີເຖິງການບໍລິການຂອງບໍລິສັດປະກັນໄພທິບພະຍະໄປໃນທາງທີ່ຜິດ ຈາກເຫດການດັ່ງກ່າວສັງຄົມກໍມີຄວາມຄິດເຫັນຕ່າງໆນາໆທາງບວກ ແລະ ທາງລົບ ອັນສົ່ງຜົນກະທົບຕໍ່ການດໍາເດີນທຸລະກິດຂອງບໍລິສັດ ທິບພະຍະປະກັນໄພ ຈຳກັດ ຕໍ່ເຫດການດັ່ງກ່າວຂໍໃຫ້ເປັນອຸທາຫອນສອນໃຈໃນການໂພດລົງສື່ສັງຄົມອອນລາຍໂດຍທີ່ບໍ່ເຂົ້າໃຈເລື່ອງກົດໝາຍຢ່າງຈະແຈ້ງ ເຫດການຄັ້ງນີ້ຝາກເຕືອນ ຄົນຢູ່ໃນສັງຄົມ ຢາກໃຫ້ຄິດກ່ອນທີ່ຈະໂພດຫຍັງລົງໄປເພາະເລື່ອງທີ່ເຮົາຄິດນັ້ນອາດຈະສົ່ງຜົນກະທົບເຖິງພາກສ່ວນກ່ຽວຂ້ອງໄປໃນເບື້ອງລົບກໍເປັນໄດ້.
