ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງຂຶ້ນ ທ່ານ ຫວັງ ອີ້ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ ວັນທີ 13-14 ຕຸລາ 2020 ເຊິ່ງພິທີພົບປະສອງຝ່າຍ ລະຫວ່າງທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຫວັງ ອີ້ ຈັດຂຶ້ນວັນທີ 14 ຕຸລາ 2020 ທີ່ຫໍປະຊຸມແຫ່ງຊາດ

ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລາວຄັ້ງທີ 2 ຂອງທ່ານ ຫວັງ ອີ້ ພ້ອມຄະນະ ຄັ້ງນີ້ ໂດຍຄັ້ງທຳອິດ ສອງຝ່າຍໄດ້ມີພົບປະກັນໃນເດືອນກຸມພາທີ່ຜ່ານມາ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມສະໄໝພິເສດ ອາຊຽນ-ຈີນ ວ່າດ້ວຍການລະບາດຂອງພະຍາດໂຄວິດ-19 ທີ່ນະຄອນຫຼວງວຽງຈັນ.

ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4ດີ ແລະ ການເປັນຄູ່ຮ່ວມຊະຕາກຳລາວ-ຈີນ ແລະ ຈີນ-ລາວ ລະຫວ່າງສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ເຊິ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ.

ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ທ່ານ ຫວັງ ອີ້ ໄດ້ສະເໜີຢູ່ໃນກອງປະຊຸມສາກົນຜ່ານລະບົບທາງໄກ ກ່ຽວກັບຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ ໃນວັນທີ 8 ກັນຍາ 2020 ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ມີຄວາມໝາຍຄວາມສຳຄັນ ແລະ ເປັນປະໂຫຍດຕໍ່ຫຼາຍປະເທດໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງເຕັກໂນໂລຊີ ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ. ພ້ອມນີ້ ສປປ ລາວ ຍັງໄດ້ສະແດງການສະໜັບສະໜູນຢ່າງເຕັມປ່ຽມ ຕໍ່ເນື້ອໃນບົດປາໄສຂອງທ່ານ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ກ່າວຜ່ານກອງປະຊຸມທາງໄກ ໃນໂອກາດວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ ໂດຍສະເພາະ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ຄື: ການເປັນຄູ່ຮ່ວມຊະຕາກຳຂອງມວນມະນຸດ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ການສົ່ງເສີມການຄ້າຫຼາຍຝ່າຍ ແນວຄິດການພັດທະນາແບບໃໝ່ ການຮ່ວມມືໃນຂອບຫຼາຍຝ່າຍ ແລະ ການສະໜັບສະໜູນຄວາມເປັນແກນກາງຂອງສະຫະປະຊາຊາດ ແລະ ອື່ນໆ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາການຮ່ວມມືສອງຝ່າຍ ກໍຄືລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາ ພາຍໃຕ້ສະຖານະການໃໝ່ຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສະພາບການສາກົນໃນປັດຈຸບັນໃນດ້ານຕ່າງໆ ໂດຍສະເພາະດ້ານການເມືອງ ຄວາມໝັ້ນຄົງ ສອງຝ່າຍໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນຢ່າງເປັນປະຈຳ ເຮັດໃຫ້ຊາຍແດນລາວ-ຈີນ ເປັນຊາຍແດນມິດຕະພາບ ບ້ານໄກ້ເຮືອນຄຽງ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກຳອັນທີ່ແທ້ຈິງ ດ້ານເສດຖະກິດ ແລະ ການຄ້າ ສອງຝ່າຍໄດ້ສະແດງການສະໜັບສະໜູນນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເຊິ່ງຈະນຳຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ແກ່ບັນດາປະເທດຕ່າງໆທີ່ເຂົ້າຮ່ວມ ໂດຍສະເພາະ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍໄດ້ເຊື່ອມໂຍງລະຫວ່າງຍຸດທະສາດ “ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວ ເຂົ້າກັບຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ໂດຍຖືເອົາການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ ວັງວຽງ-ຫຼວງພະບາງ ຫຼວງພະບາງ-ອຸດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ໃຫ້ເປັນໜຶ່ງໃນການເຊື່ອມໂຍງຍຸດທະສາດອັນສຳຄັນຂອງສອງປະເທດ ແລະ ຖືເປັນສອງເສັ້ນທາງທີ່ສຳຄັນໃນການປະຕິບັດແລວເສດຖະກິດ ລາວ-ຈີນ ຈີນ-ລາວ ເຊິ່ງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7% ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າຈະເປີດນຳໃຊ້ໃນວັນທີ 2 ທັນວາ 2020 ນີ້ ນອກນີ້ ຍັງມີໂຄງການຮ່ວມມືທີ່ສຳຄັນອື່ນໆ ສອງຝ່າຍຕົກລົງເຫັນດີໃນການຈັດຕັ້ງປະຕິບັດຊ່ອງທາງໄວຮ່ວມກັນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນລະຫວ່າງພະນັກງານ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄືແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນລະຫວ່າງສອງປະເທດ ເຊິ່ງຊ່ອງທາງດັ່ງກ່າວ ເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືເພື່ອຊ່ວຍຟື້ນຟູເສດຖະກິດຂອງລາວ ກໍຄືເຮັດໃຫ້ການປະຕິບັດໂຄງການຕ່າງໆຂອງ ສປ ຈີນ ຢູ່ ລາວ ສຳເລັດຕາມຄາດໝາຍ ແລະ ເຫັນດີໃນດ້ານຫຼັກການ ໃຫ້ເປີດນຳໃຊ້ຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າຜ່ານແດນ ລາວ-ຈີນ ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງຫຼວງນ້ຳທາ ໃຫ້ມີຄວາມວ່ອງໄວຂຶ້ນ.

ນອກນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການສະເໜີແຜນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນລາວ ຄົບຮອບ 60 ປີ ແລະ ປີມິດຕະພາບລາວ-ຈີນ ໃນປີ 2021 ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ກັບມາລະບາດອີກຮອບໃໝ່.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ພັກ ແລະ ລັດຖະບານ ສປ ຈີນ ຍາດມາໄດ້ໃນການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ສປ ຈີນ ທີ່ໄດ້ບິແບ່ງການຊ່ວຍເຫຼືອອັນມີຄຸນຄ່າໃຫ້ແກ່ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບພະຍາດດັ່ງກ່າວ ນັບແຕ່ຕົ້ນຈົນເຖິງປັດຈຸບັນ ເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ລາວປະສົບຜົນສຳເລັດຢ່າງສູງ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ແລະ ມາດຕະການທີ່ມີປະສິດທິຜົນສູງຂອງ ສປ ຈີນ ຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ຢ່າງແນ່ນອນ ແລະ ປະສົບຜົນສຳເລັດໃນການຜະລິດວັກແຊັງອອກມາຮັບໃຊ້ສັງຄົມໃນໄວໆນີ້.

ທ່ານ ຫວັງ ອີ້ ໄດ້ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນລາວ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ລວງເລິກ ແລະ ໃຫ້ມີປະສິດທິຜົນ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດລາວ ແລະ ຈີນ ຢ່າງແທ້ຈິງ.

ພາຍຫຼັງສຳເລັດການພົບປະສອງຝ່າຍ ຍັງໄດ້ມີການແລກປ່ຽນຈົດໝາຍແລກປ່ຽນໂຄງການຊ່ວຍເຫຼືອລ້າ 3 ສະບັບຄື: ໂຄງການຊ່ວຍເຫຼືອລ້າ ກ່ຽວກັບອຸປະກອນຕ້ານໄຂ້ເລືອດອອກ ໂຄງການພື້ນຖານໂຄງລ່າງ ການພັດທະນາຊົນນະບົດ ໄລຍະ 2 ແລະ ໂຄງການແລກປ່ຽນລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ກ່ຽວກັບການຮັບເອົາສິດພິເສດທາງດ້ານພາສີ 0% ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ (GSP 97%).
# ພາບ & ຂ່າວ: ລັດເວລາ