ດ່ວນ !!! ສປປ ລາວ ລວມເປັນ 9 ຄົນແລ້ວ ຫຼັງວັນນີ້ມີເພີ່ມອີກ 1 ກໍລະນີຕິດເຊື້ອພະຍາດ COVID-19

    ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ແຈ້ງໃນວັນທີ 30 ມີນາ 2020 ໃຫ້ຊາບວ່າ ຮອດ 17.00 ໂມງແລງຂອງວັນທີ 29 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ຈໍານວນຜູ້ເດີນທາງເຂົ້າມາທັງໝົດ 3.112 ຄົນ ໃນນັ້ນ ຈໍານວນຜູ້ເດີນທາງຜ່ານສະໜາມບິນມີທັງໝົດ 42 ຄົນ ຈໍານວນຜູ້ເດີນທາງຜ່ານທາງດ່ານຂົວມິດຕະພາບລາວ-ໄທ ທັງໝົດ 2.141 ຄົນ ມີຄົນເປັນໄຂ້ 4 ຄົນ ທັງໝົດແມ່ນຢູ່ແຂວງຈຳປາສັກ ໄດ້ຮັບການຕິດຕາມຢູ່ໂຮງໝໍເມືອງໂພນທອງ ແລະ ຈະເກັບຕົວຢ່າງສົ່ງມາແຂວງ.

    ໃນວັນທີ 29 ມີນາ 2020 ມີກໍລະນີສົງໄສ 64 ກໍລະນີ ທີ່ຕິດຕາມຢູ່ໂຮງໝໍໃນແຕ່ລະແຂວງຄື ນະຄອນຫຼວງວຽງຈັນ 49 ກໍລະນີ ແຂວງຫຼວງພະບາງ 11 ກໍລະນີ ແຂວງສາລະວັນ 2 ກໍລະນີ ແຂວງໄຊຍະບູລີ ແລະ ຜົ້ງສາລີ ແຂວງລະ 1 ກໍລະນີ ຜົນກວດວິເຄາະ 63 ກໍລະນີ ເປັນລົບ ມີ 1 ກໍລະນີຕິດເຊື້ອ. ເປັນເພດຍິງ ອາຍຸ 22 ປີ ຢູ່ບ້ານ ໂພນພະເນົາ ເມືອງ ໄຊເສດຖາ ປັັດຈຸບັນໄດ້ເອົາເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບດ້ວຍອາການເບົາບາງ ມີໄຂ້ ໄອ ນ້ຳມູກ ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້ ຜູ້ກ່ຽວມີປະຫວັດການເດີນທາງມາແຕ່ປະເທດໄທ.

     ມາຮອດປັດຈຸບັນນີ້ ໄດ້ກວດວິເຄາະກໍລະນີສົງໄສທັງໝົດມີ 364 ກໍລະນີ ມີກໍລະນີຢັ້ງຢືນຕິດເຊື້ອລວມທັງໝົດມີ 9 ຄົນ ການປິ່ນປົວຂອງຜູ້ຕິດເຊື້ອທັງໝົດ 9 ຄົນນັ້ນ ແມ່ນໄດ້ປິ່ນປົວຕາມໂຮງໝໍທີ່ກຳນົດໄວ້ດັ່ງນີ້ 06 ຄົນ ປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫຼວງພະບາງ ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

    ດັ່ງນັ້ນລັດຖະບານ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງປະຕິບັດຕາມຄຳສັ່ງທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ.

error: Content is protected !!